Breaking News

ໃນທີ່ສຸດມື້ນີ້ກໍ່ມາຮອດ! ສະແດງຄວາມຍິນດີ ນ້ອງ ອອນອະນົງ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ”  ຈາກເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

#ແຊຣໄປໃຫ້ໂລກຮູ້ປະເທດລາວ ?????? ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ນໍ້າຕາແຫ່ງຄວາມຍິນດີ ໃນທີ່ສຸດມື້ນີ້ກໍ່ມາຮອດ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແບບສົດໆຮ້ອນໆ… (ສະແດງຄວາມຍິນດີນຳຫຼາຍໆ…ຂໍຊົມເຊີຍເດີ້)

ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe 2018 ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ