Breaking News

ຂໍພະລັງຄົນລາວ! ມາຮ່ວມສົ່ງກຳລັງໃຈໃຫ້ ອອນອານົງ ໃນເວທີ Miss Universe 2018 (Final 17 ທັນວາ ນີ້..!!!)

ແບ່ງປັນ

ຮູ້ສຶກຕື່ນເຕັ້ນຢ່າງບອກບໍ່ຖືກ ໃນວັນທີ 17 ທັນວາ 2018 ນີ້ແລ້ວ ທີ່ທຸກໆຄົນທົ່ວໂລກຈະໄດ້ຮູ້ກັນວ່າສາວງາມຄົນໃດທີ່ຈະໄດ້ເປັນ Miss Universe 2018 ເຊິ່ງສາວງາມທີ່ເຂົ້າປະກວດໃນຄັ້ງນີ້ມີເຖິງ 90ກວ່າປະເທດທົ່ວໂລກກັນເລີຍ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວຢ່າງເປັນທາງການ ແລະ ຖືເປັນປີທີສອງຂອງປະເທດລາວທີ່ສົ່ງສາວງາມໄປປະກວດໃນເວທີ ນາງງາມຈັກກະວານ (Miss Universe) ອີກດ້ວຍ.

ອອນອະນົງ ຫອມສົມບັດ Miss Universe Laos 2018  ສາວງາມດີກຼີນັກຮຽນນອກ ຜູ້ມີຄວາມໝັ້ນໃຈ ແລະ ທັກສະຄວາມຮູູ້ຄວາມສາມາດ ໄດ້ເຮັດໜ້າທີ່ເປັນຕົວແທນສາວງາມຈາກລາວໃນຊ່ວງເກັບຕົວປະກວດໄດ້ເປັນຢ່າງດີ ບໍ່ວ່າຈະເປັນການຍ່າງໂຊໃນຮອບຕ່າງໆ ເຮັດເອົາເປັນກະແສຮືຮາຂອງແຟນໆນາງງາມມາແລ້ວ ແຖມຍັງເປັນໜຶ່ງໃນ Top ອັນດັບຕົ້ນໆທີ່ຢູ່ໃນລິດລາຍຊື່ຮອບ “ຊຸດປະຈຳຊາດ” (ຂໍບອກວ່າການປະກວດເທື່ອນີ້ປະເທດລາວເຮົາມີລຸ້ນເດີ້…ສຸດຍອດ)

ດັ່ງນັ້ນ, ໃນວັນທີ 17 ທັນວາ 2018 ນີ້ ເລີ່ມເວລາ 7ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຢາກຂໍພະລັງຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ໃຫ້ມີກຳລັງໃຈເຮັດໜ້າທີ່ໃຫ້ດີທີ່ສຸດ ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ FB/ Miss Universe .

#ເຊຍລາວສຸດໃຈ #ຮັກລາວເຊຍລາວ ??????

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ