Breaking News

ຢາກເບິ່ງແລ້ວວວ! ບວງສວງລະຄອນ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ສະແດງຄູ່ກັບພະເອກດັງປະເທດເພື່ອນບ້ານ!!!

ແບ່ງປັນ

ມີຂ່າວຂອງ ສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງບ້ານເຮົາ ທີ່ຫຼ້າສຸດໄດ້ມີໂອກາດຮ່ວມສະແດງລະຄອນຄູ່ກັບ ຕູມຕາມ ຍຸດທະນາ ພະເອກຊື່ດັງຂອງປະເທດເພື່ອນບ້ານ (ໄທ), ເຊິ່ງໃນວັນທີ 14 ທັນວາ 2018 ກໍເປັນມື້ມົງຄົນ ໄດ້ເລີກງາມຍາມດີ ບວງສວງ  “ລະຄອນ ດອກຄູນສຽງແຄນ” ຈັດຂຶ້ນທີ່ ຈັງຫວັດ ນະຄອນພະນົມ ປະເທດໄທ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມຄຶກຄັກ ມີນັກສະແດງເຂົ້າຮ່ວມຢ່າງຫຼວງຫຼາຍ.

ເຊິ່ງ ສາວ ລູກນໍ້າ ກໍຍັງໄດ້ໂພສຜ່ານເຟສບຸກ ແລະ ອິນສະຕາແກຣມສ່ວນຕົວວ່າ…

“ບວງສວງລະຄອນ ດອກຄູນສຽງແຄນ ຢ່າລືມຕິດຕາມການຫລິ້ນລະຄອນຄັ້ງທຳອິດຂອງນ້ຳ ຫລິ້ນຄູ່ກັບ ອ້າຍຕູມຕາມ ຍຸດທະນາ ເປັນກຳລັງໃຈໃຫ້ກັບນັກສະແດງລາວຄົນນີ້ແນ່ເດີ້ ຂໍໃຫ້ເຮັງໆປັງໆ ສາທຸ ສາທຸ ສາທຸ” 

ເຮັດໃຫ້ມີບັນດາແຟນໆເຂົ້າໄປໃຫ້ກຳລັງໃຈ ແລະ ຖ້າຕິດຕາມລະຄອນທີ່ນາງໄດ້ຮ່ວມສະແດງເປັນຄັ້ງທຳອິດກັນຢ່າງຫຼວງຫຼາຍ.

ຢ່າງໃດກໍ່ຝາກ…ແຟນໆເປັນກຳລັງໃຈໃຫ້  ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວເຮົາຄົນນີ້ແດ່ເດີ້ແຟນໆ!!!

Story: ຊະນີIndy

(ຂໍຂອບໃຈຮູບພາບ)

ແບ່ງປັນ