Breaking News

ຂົນລຸກກກກ! ມາເບິ່ງ ສະເຕັບ ການຍ່າງເທິງເວທີຂອງ ອອນອານົງ ໃນເວທີ Miss Universe 2018 (ເຊຍລາວສຸດໃຈ)

ແບ່ງປັນ

ວ້າວ ວ້າວ ວ້າວ ຂົນລຸກກກ ອຶ້ງ…ໃນຄວາມສາມາດ ບໍ່ເວົ້າເຖິງບໍ່ໄດ້ເລີຍເດີ້ໃນເວລານີ້… ຫຼ້າສຸດໃນຄໍ່າຄືນວັນທີ 13 ທັນວາ 2018 ທີ່ຜ່ານມາ ທາງກອງປະກວດ Miss Universe 2018 ກໍໄດ້ຈັດປະກວດ ຮອບຊຸດລາຕຣີ ແລະ ຮອບຊຸດລອຍນໍ້າ, ແຕ່ທີ່ເປັນກະແສ ຮືຮາ ກັນພຽງຂ້າມຄືນທີ່ສຸດກໍຄື ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ໂຊສະເຕັບການຍ່າງໃນເວທີລະດັບໂລກໄດ້ໂດດເດັ່ນ ແລະ ໜ້າປະທັບໃຈຫຼາຍ ເຮັດເອົາແຟນໆນາງງາມລາວຕ່າງກໍ່ຍ້ອງຍໍ ແລະ ຕົບມືຊົມເຊີຍໃນຄວາມໝັ້ນຂອງນາງ!!!

(ຄລິບ ຮອບຊຸດລາຕຣີ)

#Laos Evening Gown Competition #MissUniverse2018

#Laos Evening Gown Competition #MissUniverse2018

Posted by BeautyQueen on Thursday, December 13, 2018

 

 

(ຄລິບ ຮອບຊຸດລອຍນໍ້າ)

#Laos #MissUniverse2018

#Laos #MissUniverse2018

Posted by BeautyQueen on Thursday, December 13, 2018

 

ເຫັນແລ້ວ ຂົນລຸກກກກ ອຶ້ງໃນຄວາມສາມາດຂອງສາວລາວກັນຖ້ວນໜ້າເລີຍແມ່ນບໍ່? ເອົາເປັນວ່າຢ່າລືມເປັນກຳລັງໃຈໃຫ້ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ໃນເວລານີ້ນາງກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 ທີ່ ປະເທດ ໄທ ແລະ ຈະມີຮອບຕັດສິນໃນວັນທີ 17 ທັນວາ 2018  ເລີ່ມເວລາ 7ໂມງເຊົ້າ ນີ້ແລ້ວເດີ້.

ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ເຊຍລາວສຸດໃຈ ??  

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

Story: ຊະນີIndy

(ຂໍຂອບໃຈຄລິບ ແລະ ຮູບພາບ)

ແບ່ງປັນ