Breaking News

ບໍ່ຍອມແພ້! ແມ່ລ້ຽງດ່ຽວອະດີດພະນັກງານຮ້ານຟາສຟູດຊື່ດັງ ເດີນຕາມຄວາມຝັນສູ່ວ່າທີ່ (Dr.) ຈົນສຳເລັດ!!!

ແບ່ງປັນ

ແຟນໆທ່ານໃດທີ່ກຳລັງເມື່ອຍ ທໍ້ຖອຍ ບໍ່ມີກຳລັງໃຈທີ່ຈະລຸກຂື້ນຕໍ່ສູ້ກັບບັນຫາທີ່ກຳລັງພົບເຈິ… ລອງມາເບິ່ງເລື່ອງລາວຂອງ Faye Lewis ແມ່ລ້ຽງດ່ຽວທີ່ຊື່ສັດຕໍ່ຄວາມຝັນຂອງຕົວເອງ ແລະ ພະຍາຍາມພາຕົວເອງເດີນທາງເຂົ້າໄປຫາຄວາມຝັນຈົນປະສົບຜົນສຳເລັດ

Faye Lewis ຕັ້ງແຕ່ອາຍຸ 16 ປີ ໄດ້ເລີ່ມເຂົ້າເຮັດວຽກທີ່ຮ້ານໄກ່ຊື່ດັງ KFC ເພື່ອຫາລ້ຽງທາງບ້ານ ແລະ ເກັບອອມເງິນເພື່ອຮຽນຕໍ່ໃນຄະນະພະຍາບານຕາມຄວາມຝັນ “ຂ້ອຍຮູ້ວ່າຂ້ອຍຢາກເປັນພະຍາບານ ຂ້ອຍຮັກທີ່ຈະຊ່ວຍເຫຼືອຄົນ ຂ້ອຍຮູ້ສຶກມີຄວາມສຸກທີ່ໄດ້ເຮັດດີຈາກຫົວໃຈ” ໄດ້ເລົ່າເຖິງແຮງບັນດານໃຈທີ່ເປັນຈຸດເລີ່ມຕົ້ນແຫ່ງຄວາມຝັນ

ผู้หญิงต้นแบบ

ແຕ່ລະຫວ່າງນັ້ນກໍໄດ້ເກີດອຸປະສັກຂຶ້ນກັບນາງ ຄວາມຝັນບໍ່ເປັນໄປຕາມທີ່ຄິດເພາະຜົນການຮຽນຂອງນາງໄດ້ເກດ B ສອງວິຊາ ເຮັດໃຫ້ເກດສະເລ່ຍບໍ່ພໍທີ່ຈະໄປຮຽນຕໍ່ຄະນະພະຍາບານ ລາວຈຶ່ງໄດ້ໄປຮຽນຕໍ່ທີ່ວິທະຍາໄລແທນ ກ່ອນຈະຖືພາມີລູກໃນປີຕໍ່ມາ Faye ຈຶ່ງໄດ້ລາອອກມາຢູ່ທີ່ບ້ານກັບພໍ່ແມ່

ໃນຊ່ວງເວລານີ້ Faye Lewis ກໍຍັງໄດ້ເຮັດວຽກຢູ່ທີ່ຮ້ານ KFC ແລະໄດ້ຮັບເລື່ອນຂັ້ນໃຫ້ເປັນຜູ້ຈັດການຮ້ານ KFC ລວມເຖິງໄດ້ຮັບຕຳແໜ່ງແມ່ບ້ານຂອງ Assisted Living Facility ເຊິ່ງເປັນໂຄງການຂອງລັດຖະບານ  Faye ສາມາດເລືອກຜ່ານການເຝິກອົບຮົມຫຼັກສູດພະຍາບານຜູ້ຊ່ວຍໄດ້ສຳເລັດ ແລະ ເລີ່ມເຮັດວຽກໃນສູນ Memorial Medical Center  ແລະ ຊ່ວງເວລານີ້ເອງທີ່ເຂັມທິດຊີວິດຂອງລາວໄດ້ເລີ່ມຊີ້ໄປຖືກທາງ…

ຈາກນັ້ນ Faye  ກໍໄດ້ເຮັດວຽກໃນໂຮງໝໍທີ່ເຕັມໄປດ້ວຍນາງພະຍາບານທີ່ເປັນຕົ້ນແບບຫຼາຍໆທ່ານ ຈຶ່ງເຮັດໃຫ້ນາງມີໄຟທີ່ຈະລຸກຂຶ້ນເຮັດຕາມຄວາມຝັນ ນາງຕັດສິນໃຈສະໝັກຮຽນ LPN (ພະຍາບານທີ່ມີໃບປະກອບອາຊີບ) ຄວບຄູ່ໄປກັບການເຮັດວຽກຢູ່ທີ່ຮ້ານ KFC ຕອນນັ້ນແມ່ນກຳລັງຢູ່ໃນຊ່ວງທີ່ປັບຕົວຫຼາຍຢ່າງ ເພາະນອກຈາກເຮັດວຽກ ຮຽນ ນາງຍັງມີລູກຊາຍທີ່ຕ້ອງເບິ່ງແຍງໄປພ້ອມໆກັນ ຕໍ່ຈາກນັ້ນ Faye ກໍຮຽນຈົບຫຼັກສູດໄດ້ພາຍໃນ 9 ເດືອນ ແຕ່ບໍ່ຢຸດພຽງແຕ່ເທົ່ານັ້ນແລະຕັດສິນໃຈສຶກສາຕໍ່ອີກເທື່ອຈົນສາມາດຄວ້າປະລິນຍາຕີສາຂາພະຍາບານມາໄດ້ສຳເລັດ

ผู้หญิงต้นแบบ

ປັດຈຸບັນ Faye ໄດ້ຮັບໃບອະນຸຍາດ ແລະ ເຮັດວຽກເປັນພະຍາບານປະຕິບັດວິຊາອາຊີບເປັນທີ່ຮຽບຮ້ອຍແລ້ວ, ແຕ່ນີ້ກໍຍັງບໍ່ແມ່ນຄວາມຝັນສູງສຸດ ນາງຍັງເດີນໜ້າຕໍ່ໃນສາຍວິຊາອາຊີບນີ້ ແລະ ກຳລັງສຶກສາຕໍ່ໃນລະດັບປະລິນຍາເອກເປັນວ່າທີ່ (Dr.) ຄົນຕໍ່ໄປເພື່ອເປັນຜູ້ປະກອບການວິຊາອາຊີບພະຍາບານຄອບຄົວ

ແບບນີ້ຈຶ່ງເປັນທີ່ມາທີ່ເຮັດໃຫ້ Faye Lewis ຢາກສົ່ງຕໍ່ແຮງບັນດານໃຈດີໆ ໄປຫາທຸກໆຄົນທີ່ຢາກເຮັດຕາມຄວາມຝັນ ໃນເວລາດຽວກັນເລື່ອງລາວນີ້ກໍເປັນແຮງບັນດານໃຈໃຫ້ Faye ຕັ້ງໃຈຮຽນປະລິນຍາເອກໃຫ້ຈົບ ເພາະນີີ້ຄືຄວາມຝັນ ແລະ ກວ່າຈະມາຢືນຈຸດນີ້ໄດ້ບໍ່ແມ່ນເລື່ອງງ່າຍເລີຍ

“ຈົ່ງພະຍາຍາມເຂົ້າໄວ້ ຢ່າຍອມແພ້ ແລະ ເບິ່ງໂລກໃນແງ່ດີໄວ້ສະເໝີບໍ່ວ່າຈະເກີດຫຍັງຂື້ນກໍຕາມ” Faye ກ່າວ

ໄດ້ຮູ້ເຖິງເລື່ອງລາວຂອງ ແມ່ລ້ຽງດ່ຽວ ຄົນເກັ່ງຄົນນີ້ແລ້ວ ໃຜທີ່ກຳລັງທໍ້ຖອຍຢູ່ໃນເວລານີ້ ກໍຈົ່ງລຸກຂຶ້ນ ແລະ ເຮັດຕາມຄວາມຝັນຂອງໂຕເອງຕໍ່ໄປ ເຖິງຜົນມັນຈະອອກມາຢ່າງໃດ ຢ່າງໜ້ອຍເຮົາກໍໄດ້ລົງມືເຮັດແລ້ວ ທຸກສິ່ງທຸກຢ່າງບໍ່ມີຫຍັງເກີນຄວາມພະຍາຍາມ ແລະ ຄວາມມຸ່ງໝັ້ນຂອງເຮົາແນ່ນອນ ບໍ່ແນ່ໃນມື້ໜ້າອາດຈະເປັນເຈົ້າທີ່ຈະໄດ້ມາແຊຣເລື່ອງລາວດີໆ ໃນຖານະຜູ້ປະສົບຜົນເລັດກໍ່ເປັນໄດ້. (ຂໍເປັນກຳລັງໃຈໃຫ້ແຟນໆທຸກຄົນ)

ຮຽບຮຽງ: ຊະນີIndy

ທີ່ມາ https://women.mthai.com/amazing-women/390529.html,

www.boredpanda.com

ແບ່ງປັນ