Breaking News

ເປີດວາຟ! ຈັນມະລີ ທໍ່ Miss Hmong Laos 2019 ບໍ່ທຳມະດາ ອະດີດເຄີຍເປັນ…???

ແບ່ງປັນ

ເປັນກະແສຮືຮາກັນໄປພໍສົມຄວນ ສຳລັບ ຈັນມະລີ ທໍ່ Miss Hmong Laos 2019 ຫຼື ນາງສາວເຜົ່າມົ້ງ ປະຈຳປີ 2019 ເຊິ່ງມີແຟນໆຫຼາຍໆທ່ານທີ່ໃຫ້ຄວາມສົນໃຈ ແລະ ຢາກຮູ້ວ່າສາວງາມຄົນນີ້ ເປັນໃຜມາຈາກໃສ? ເອົາລະ!!! ບໍ່ເວົ້າກັນໃຫ້ຍືດຍາວ ໃນເມື່ອແຟນໆຢາກຮູ້ ກໍບໍລໍຊ້າ ລອງມາຮູ້ຈັກກັນສາວຄົນນີ້ກັນເບິ່ງເນາະ ຮັບຮອງຈະຕົກຂຸມຮັກນາງແນ່ນອນ!!!

ນາງຈັນມະລີ ທໍ່ Miss Hmong Laos 2019 ມາຈາກບ້ານ ຫ້ວຍຊຳອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ບໍ່ທຳມະດາເດີ້ ເພາະອະດີດເຄີຍເປັນນັກຮຽນດີ-ນັກຮຽນເກັ່ງປະຈຳໂຮງຮຽນ (ມສ ນາລວມ) 

ແຖມສະໄຫມຮຽນປະຖົມ, ມັດທະຍົມຕົ້ນ-ປາຍ ນາງຍັງໄດ້ເປັນຫົວຫນ້າຫນ່ວຍສິລະປະ ວັນນະຄະດີ ປະຈຳໂຮງຮຽນພຸ້ນເດີ້…

ປັດຈຸບັນນີ້ ຈັນມະລີ ທໍ່ Miss Hmong Laos 2019 ກຳລັງສຶກສາທີ່ ມະຫາວິທະຍາໄລ ສຸພານຸວົງ ຄະນະ ເສດຖະສາດ ແລະ ການທ່ອງທ່ຽວ ສາຂາ ບໍລິຫານທຸລະກິດໄອທີ ປີທີ2.

ແລະ ປີນີ້ກໍຖືເປັນປີທອງຂອງນາງ ເພາະໄດ້ລອງເຂົ້າປະກວດໃນເວທີ Miss Hmong Laos 2019 ແລະ ສາມາດຄວ້າມົງກຸດມາຄອບຄອງໄດ້ແບບສະຫງ່າງາມ (ຂໍສະແດງຄວາມຍິນດີນຳຫຼາຍໆ)

ເປັນແນວໃດແດ່? ໄດ້ຮູ້ຈັກກັບ ຈັນມະລີ ທໍ່ Miss Hmong Laos 2019 ກັນແດ່ແລ້ວ ຮູ້ສຶກວ່າຕົກຂຸມຮັກນາງກັນເລີຍແມ່ນບໍ່? ຢ່າງໃດກໍຝາກເປັນກຳລັງໃຈໃຫ້ກັບສາວງາມຄົນນີ້ກັນແດ່ເດີ້ແຟນໆ.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????  

ຮູບພາບ: Miss Hmong Laos 2019 by Zurvita

ແບ່ງປັນ