Breaking News

ປະເທດລາວສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental  ທີ່ປະເທດຟິລິປິນ!!!

ແບ່ງປັນ

ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Intercontinental ປີນີ້ຈັດຂຶ້ນທີ່ ປະເທດ ຟິລິປິນ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Intercontinental ທີ່ປະເທດ ຟິລິປິນ.

ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ນ້ອງ ຢາດຟ້າ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Intercontinental  ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຊື່ “ຊຸດເຜົ່າມົ້ງມ່ວນຊື່ນ”

(ລອງມາເບິ່ງ!!!)

ເປັນແນວໃດໄດ້ເຫັນ “ຊຸດເຜົ່າມົ້ງມ່ວນຊື່ນ” ທີ່ ນ້ອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະສວມໃສ່ໃນເວທີ່ໂລກແລ້ວ ແຟນໆວ່າແນວໃດ ປະເທດລາວເຮົາພໍສູຸ້ໄດ້ບໍ່? #ເຊຍລາວສຸດໃຈ ??  ??  ??  

ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/FyFa Phommavongsay

ແບ່ງປັນ