ເປີດຕົ້ນປີ 2019 ກັບເວທີນາງງາມໃນລາວເຮົາອີກໜຶ່ງເວທີ Miss Hmong Laos 2019 ເຊິ່ງຫຼ້າສຸດໃນວັນທີ 4 ມັງກອນ 2019 ທີ່ຜ່ານມາກໍໄດ້ປະກວດຮອບຕັດສິນ ແລະ ປະກາດຜົນໃຫ້ໄດ້ຮູ້ກັນໄປເປັນທີ່ຮຽບຮ້ອຍວ່າ ສາວງາມທີ່ມີຄວາມເໝາະສົມ ສາມາດຄວ້າມົງກຸດໄປແບບສະຫງ່າງາມກໍຄື ນາງ ຈັນມະລີ ທໍ່ ໄດ້ຮັບຕຳແໜ່ງ Miss Hmong Laos 2019 ໄປຄອງໃນປີນີ້ (ຂໍສະແດງຄວາມຍິນດີ)
ສຳລັບສາວງາມທີ່ໄດ້ຕຳແໜ່ງ Miss Hmong Laos 2019 ທັງໝົດມີດັ່ງນີ້:
-ໝາຍເລກ M19 Chanhmaly Thor ສາວງາມຈາກ ແຂວງ ໄຊຍະບູລີ ໄດ້ຕຳແໜ່ງ ເປັນນາງສາວມົ້ງລາວປະຈຳປີ2019 (Miss Hmong Laos 2019 )
-ໝາຍເລກ M09 Pajnyiag LIS ສາວງາມຈາກ ແຂວງ ຫົວພັນ ຮອງອັນດັບໜື່ງ
-ໝາຍເລກ M10 Tabthoj TXIAJKAWM ສາວງາມຈາກ ແຂວງບໍລິຄຳໄຊ ຮອງອັນດັບສອງ
-ໝາຍເລກ M14 Chan van VANG ສາວງາມຈາກ ນະຄອນຫຼວງວຽງຈັນ ຮອງອັນດັບສາມ
-ໝາຍເລກ M22 Bailor XIAYENG ສາວງາມຈາກ ແຂວງຊຽງຂວາງ ຮອງອັນດັບສີ່
ຂໍສະແດງຄວາມຍິນດີກັບນາງສາວມົ້ງລາວ 2019 (Miss Hmong Laos 2019) ທຸກໆຄົນເລີຍເດີ້ ງົດງາມ ເໝາະສົມຕຳແໜ່ງຫຼາຍໆ.
ທີ່ມາ: Miss Hmong Laos 2019 by Zurvita