Breaking News

ກຳລັງໃຈດີ! ວູດດີ້ ອອກມາຂອບໃຈແຟນໆ ຫຼັງຈາກລົດຖີບລົ້ມທີ່ນະຄອນຫຼວງພະບາງ ປະເທດລາວ

ແບ່ງປັນ

ມາອັບເດດ ອາການບາດເຈັບຂອງ ວູດດີ້ ມິລິນຈິນດາ ພິທີກອນຊື່ດັງປະເທດເພື່ອນບ້ານ ທີ່ເດີນທາງມາພັກຜ່ອນ ແລະ ເຮັດບຸນໃສ່ບາດທີ່ ນະຄອນຫຼວງພະບາງ ປະເທດລາວ ແຕ່ໄດ້ເກີດເຫດບໍ່ຄາດຄິດ  ເກີດອຸບັດເຫດລົດຖີບລົ້ມ ເນື່ອງຈາກມີແມວຕັດໜ້າ ເຮັດໃຫ້ມີບາດແຜທີ່ບໍລິເວນຫົວເຂົ່າທັງສອງເບື້ອງ ເຮັດໃຫ້ມີອາການບວມ ບໍ່ສາມາດພັບຂາ ແລະ ຍ່າງໄດ້ ຈົນໄດ້ມີທີມແພດ ແລະ ກູ້ໄພຈາກປະເທດລາວ ເຂົ້າຊ່ວຍເຫຼືອໃນເບື້ອງຕົ້ນໃນຊ່ວງວັນທີ 2 ມັງກອນ 2019 ທີ່ຜ່ານມາ… ຫຼ້າສຸດ ວູດດີ້ ໄດ້ເດີນທາງກັບສູ່ປະເທດໄທ ເພື່ອຮັກສາຕົວເປັນທີ່ຮຽບຮ້ອຍແລ້ວ, ເນື່ອງຈາກມີກຳລັງໃຈຈາກຄອບຄົວ ໝູ່ເພື່ອນ ແລະ ບັນດາແຟນໆ ເຮັດໃຫ້ອາການດີຂຶ້ນ ແລະ ປອດໄພ.

(ອອກມາຂອບໃຈແຟນໆແບບນີ້…)

ສຳລັບ ວຸູດດີ້ ໄດ້ເດີນທາງມານະຄອນຫຼວງພະບາງເລື້ອຍໆຈົນເຖິງຂັ້ນບອກວ່າມັກ ແລະ ຮັກຫຼວງພະບາງຫຼາຍຖືເປັນບ້ານຫຼັງທີສອງ ເນື່ອງຈາກມັກໃນວັດທະນະທຳຮີດຄອງປະເພນີ ແລະ ທຳມະຊາດທີ່ຍັງຄົງຄວາມສວຍສົດງົດງາມ.

(ຢ່າງໃດ! ກໍຂໍໃຫ້ ອ້າຍ ວູດດີ້ ເຊົາຈາກອາການບາດເຈັບໄວໆ ແຟນໆຊາວລາວທຸກໆຄົນເປັນຫ່ວງ ແລະ ຍິນດີຕ້ອນຮັບເຂົ້າສູ່ປະເທດລາວສະເໝີເດີ້)

ຮູບພາບ: ig/woodytalk

(ຂ່າວທີ່ກ່ຽວຂ້ອງກ່ອນໜ້າ)

ເກີດເຫດບໍ່ຄາດຄິດ! ວູດດີ້ ພິທີກອນດັງປະເທດເພື່ອນບ້ານ ເກີດອຸບັດເຫດລົດຖີບລົ້ມອາການສາຫັດ ທີ່ນະຄອນຫຼວງພະບາງ!!!

ແບ່ງປັນ