Breaking News

ມາຮູ້ຈັກກັບ! ລົດອາເນກປະສົງ ນິດສັນ ເທີຣາ ລຸ້ນໃໝ່ (All-New Nissan TERRA )

ແບ່ງປັນ

All-New Nissan TERRA SUV:All You Need To Know

ບໍລິສັດ ຕັນຈົງມໍເຕີ (ລາວ) ຈຳກັດຜູ້ດຽວ (“TCML”), ຊຶ່ງເປັນບໍລິສັດໃນເຄືອທີ່ເປັນເຈົ້າຂອງໂດຍບໍລິສັດ Tan Chong Motor Holdings Bhd (ປະເທດມາເລເຊຍ), ແລະ ໄດ້ຮັບສິດເປັນຜູ້ຈັດຈໍາໜ່າຍ ລົດຍົນຍີ່ຫໍ້ນິດສັນ ແຕ່ພຽງຜູ້ດຽວໃນ ສປປ ລາວ; ຊຶ່ງໄດ້ເປີດຕົວ ລົດອາເນກປະສົງນິດສັນເທີຣາ ຂະໜາດ 7 ທີ່ນັ່ງ ລຸ້ນໃໝ່ ຢ່າງເປັນທາງການ.

ຕໍ່ໄປນີ້ຄືສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບລົດອາເນກປະສົງນິດສັນເທີຣາ ລຸ້ນໃໝ່

  1. ລົດອາເນກປະສົງນິດສັນເທີຣາລຸ້ນໃໝ່ ມາພ້ອມກັບໂຄງສ້າງແບບຂັ້ນໃດອາເນກປະສົງແບບເຕັມຄວາມຍາວເຕັມຮູບແບບ ແລະ ໂດຍໄດ້ພື້ນຖານມາຈາກລົດກະບະບັນທຸກ (Nissan Navara) ນິດສັນນາວາຣາ ແລະ ລົດທີ່ສ້າງຂຶ້ນມາເປັນເວລາດົນນານຫຼາຍກ່ວາ 60 ປີ ທີ່ສືບທອດກັນມາຂອງລົດອະເນກປະສົງນິດສັນ, ຊຶ່ງລວມເຖີງຮູບແບບສັນຍາລັກທີ່ມີຄວາມໂດດເດັ່ນ ເຊັ່ນວ່າ: Nissan Patrol, Nissan Safari, Nissan TerranoແລະNissan Xterra.

2. ສ້າງຂຶ້ນທີ່ສູນກາງຜະລິດຂອງນິດສັນໃນປະເທດໄທສຳລັບຕະຫຼາດອາຊີຕາເວັນອອກສຽງໃຕ້, ລົດອາເນກປະສົງນິດສັນເທີຣາລຸ້ນໃໝ່ ຂະໜາດ 7 ບ່ອນນັ່ງ ມາພ້ອມກັບບ່ອນນັ່ງແບບພັບໄດ້ສອງແຖວແບບເຕັມ ແລະ ໜ້າທີ່ການທຳງານແບບປັບໄດ້ອັດຕະໂນມັດ. ແລະ ໄຟສ່ອງສະຫວ່າງຕອນກາງເວັນທີ່ເປັນຮູບສັນຍາລັກມູມເມີແລງ ທີ່ມີເອກະລັກສະເພາະຕົວ ຊຶ່ງບໍ່ພຽງແຕ່ການອອກແບບທີ່ມີສະໄຕ ແຕ່ຍັງໃຫ້ຄວາມປອດໄພ ດ້ວຍການຊ່ວຍໃຍານພາຫະນະສາມາດເບີ່ງເຫັນໄດ້ງ່າຍຂຶ້ນໃນເວລາກາງເວັນ ຫຼື ໃນສະພາບທີ່ມີເມກໝອກຫຼາຍ ແລະ ໄຟສ່ອງສະຫວ່າງໜ້າແບບ LED ສໍາລັບການຂັບຂີ່ໃນຕອນກາງຄືນ.

3. ລົດນິດສັນເທີຣາລຸ້ນໃໝ່ ມີລະບົບກັນສະເທືອນຊ່ວງລ່າງຫຼັງຄອຍສະປິງແບບ five-link ແລະ ເພົາລໍ້ຫຼັງທີ່ມີຄວາມແຂງແຮງ ຊຶ່ງຊ່ວຍໃຫ້ໝັ້ນໃຈເຖີງຄວາມສະດວກສະບາຍ, ແລະ ໜ້າທີ່ການທຳງານລະບົບແບບ Shift-On-The-Fly 4-Wheel Drive ທີ່ຊ່ວຍໃຫ້ຜູ້ຂັບຂີ່ສາມາດເລືອກລະຫວ່າງການຂັບເຄື່ອນແບບສອງລໍ້ 2WD ແລະ ແບບຂັບເຄື່ອນສີ່ລໍ້ 4H ເພື່ອເພີ່ມປະສິທິພາບການນໍາໃຊ້ນຳມັນເຊື້ອໄຟສູງສຸດເທີງຫຼວງ ໄປສູ່ຄວາມສາມາດໃນການຂັບຂີ່ແບບ off-road ໄດ້ຕາມໃຈສັ່ງ; ແລະ ເມື່ອປ່ຽນແປງສະພາບການຂັບຂີ່ທີ່ເປັນທາງຂຸຂະ ໃຫ້ໝູນປຸ່ມໄປຍັງຕຳແໜ່ງ 4LO ແລະ  ເຊື່ອໝັ້ນໃນລະບົບທີ່ມີຄວາມສາມາດນີ້ ເພື່ອພາທ່ານໄປຍັງຈຸດໝາຍປາຍທາງຂອງທ່ານ. ດັ່ງນັ້ນ, ຄຳຂັວນຂອງເທີຣາແມ່ນ ‘ລຸຍໄປໄດ້ທຸກທີ່’.

4. ລົດ ນິສສັນ ເທີລ່າລຸ່ນໃໝ່ຂອງປະເທດລາວ ຕິດຕັ້ງເຄື່ອງຈັກເທີໂບຊາດເຈີ DOHC Variable Turbocharger(VGS) ອິນເຕີຄູລເລີ 4 ຫົວສີດຂະໜາດ 2.5 ລິດ, ພ້ອມລະບົບເກຍອັດຕະໂນມັດ 7 ສະປີດ ພ້ອມໂໝດແມນນວນ (+/-) ທີ່ໃຫ້ກໍາລັງສູງສຸດ 190 ແຮງມ້າ ແລະ ມີແຮງບິດສູງສຸດ 450 ນິວຕັນແມັດ ໃຫ້ອັດຕາການເລັ່ງທີ່ດີ   ກ່ວາເມື່ອທຽບກັບລົດຍົນໃນລະດັບດຽວກັນ ຈຶ່ງເຮັດໃຫ້ຂັບເຄື່ອນໄດ້ຢ່າງລາບລື່ນ ແລະ ໃຫ້ພະລັງເມື່ອຕ້ອງການ.

5. ລົດນິດສັນເທີຣາລຸ້ນໃໝ່ ມອບທັງຄວາມສະດວກສະບາຍ ແລະ ຄວາມທົນທານ ໃຫ້ກັບຜູ້ຂັບຂີ່ ໄລຍະຄວາມສູງຈາກພື້ນຖະໜົນເຖີງໃຕ້ທ້ອງລົດຂະໜາດ 225 ມມ ແລະ ມີຄວາມຍາວວັດແທກໄດ້ 4885 ມມ, ມີຄວາມກວ້າງ 1865 ມມ ແລະ ຄວາມສູງ 1835 ມມ, ແລະ ມີຄວາມເໝາະສົມສຳລັບພູມມີພາກນີ້ ເນື່ອງຈາກຊ່ວຍຫຼຸດຜ່ອນຄວາມສ່ຽງຈາກຄວາມເສຍຫາຍຈາກຖະໜົນຂຸຂະ, ຖະໜົນທີ່ບໍ່ລຽບ ແລະ ການຂັບຂີ່ໃນພື້ນທີ່ນໍ້າຖ້ວມ.

6. ດ້ານໃນຂອງລົດ ນິສສັນ ເທີ່ຣ່າລຸ່ນໃໝ່ມາພ້ອມກັບໜ້າຈໍສະແດງຂໍ້ມູນຜ່ານລະບົບສະແດງຂໍ້ມູນແບບອັດສະລີຍະ ທີ່ໃຫ້ຂໍ້ມູນແກ່ຜູ້ຂັບຂີ່ກ່ຽວກັບມີເຕີອອຟໂຣດ, ເຄື່ອງວັດຄວາມໄວຮອບ, ອຸນຫະພູມຂ້າງນອກ, ມາດຕາວັດນໍ້າມັນເຊື້ອໄຟ ແລະ ອື່ນໆ. ໃນຂະນະທີ່ ຜູ້ໂດຍສານທີ່ນັ່ງໃນລົດຈະໄດ້ຮັບຄວາມເພີດເພີນກັບຄວາມຮູ້ສຶກແອຍກສ່ວນອຸນຫະພູມທີ່ສະດວກສະບາຍ ແລະ ຈໍສະແດງຜົນແບບດີຈີຕອລທີ່ມີຄວາມທັນສະໄໝຂອງການຄວບຄຸມອຸນຫະພູມອັດຕະໂນມັດແບບ (Dual-Zone) ສຳລັບດ້ານໜ້າ, ໃນຂະນະທີ່ ຊ່ອງລະບາຍອາກາດດ້ານຫຼັງ ແລະ ບ່ອນນັ່ງດ້ານຫຼັງໃຫ້ຄວາມສະດວກສະບາຍສໍາລັບຜູ້ໂດຍສານທີ່ເຫຼືອ. ລະບົບຄວາມບັນເທີງດ້ານຫຼັງດ້ວຍຈໍໂມນີເຕີແບບຄູ່ຂະໜາດ 25 ນິ້ວ, ພ້ອມດ້ວຍແວ່ນອະຄູສຕິກທີ່ຫຼຸດຜ່ອນສຽງລົບກວນ ແລະ ບ່ອນວາງຂວດນໍ້າໄດ້ເຖີງ 14 ຂວດ ຊຶ່ງຈະເຮັດໃຫ້ການເດີນທາງຂອງຄອບຄົວທ່ານເປັນເລື່ອງທີ່ນ່າຈົດຈຳ ແລະ ມ່ວນຊື່ນ.

7. ໃນດ້ານຄວາມປອດໄພ, ນິດສັນເທີຣາລຸ້ນໃໝ່ ມີເຕັກໂນໂລຊີຂັ້ນສູງສຳລັບການຂັບຂີ່ທີ່ມີຄວາມປອດໄພ ແລະ ໃຫ້ຄວາມໝັ້ນໃຈຍິ່ງຂຶ້ນ. ເຕັກໂນໂລຊີນະວັດຕະກຳນີ້ແມ່ນເອີ້ນວ່າ ເຕັກໂນໂລຊີອັດສະລີຍະເພື່ອການຂັບຂີ່ໃນອານາຄົດ (Nissan Intelligent Mobility) ລວມເຖີງລະບົບ Auto Tail Gate (ທີ່ເປັນລະບົບເປີດປະຕູທ້າຍອັດຕະໂນມັດເມື່ອທ່ານເຂົ້າໃກ້ ແລະ ພຽງແຕ່ແຕະຕີນຂອງທ່ານໃຕ້ກັນຊົນຫຼັງເທົ່ານັ້ນ), ລະບົບການແຈ້ງເຕືອນເມື່ອລົດອອກນອກເລນຖະໜົນ Lane Departure Warning (LDW) ຊ່ວຍເພີ່ມຄວາມປອດໄພຂອງທ່ານ ໂດຍລະບົບເຊັນເຊີຈະທຳການກວດຈັບເສັ້ນຈາລະຈອນເທີງຖະໜົນແບບ Real-time ເມືຶ່ອໃດກໍ່ຕາມທີ່ລົດຂອງທ່ານເລີ່ມປ່ຽນເລນໂດຍບໍ່ຕັ້ງໃຈ ກ້ອງຕິດລົດທີ່ມີລະບົບ LDW ກໍ່ຈະສົ່ງສຽງເຕືອນ (ປຸກ) ທັນທີ. ລະບົບຈໍພາບຮອບທິດທາງແບບອັດສະລີຍະຂອງນິດສັນ   Intelligent Around View Monitor (i-AVM) ແມ່ນນໍາໃຊ້ກ້ອງ 4 ໜ່ວຍ ທີ່ຕິດຕັ້ງຮອບຕົວລົດນິດສັນເທີຣາ ເພື່ອໃຫ້ທ່ານສາມາດເຫັນມຸມມອງໄດ້ 360 ອົງສາ ອ້ອມຕົວລົດ ເພື່ອຊ່ວຍທ່ານເຫັນພາບໄດ້ເມື່ອເຂົ້າຈອດລົດ ຫຼື ຫຼົບຫຼີກຈຸດທີ່ຄັບແຄບ ໂດຍສະເພາະເມື່ອທ່ານຕ້ອງຂັບລົດໄປຍັງສະພາບຖະໜົນແບບອອຟໂຣດ ໃນສະພາບພູມມີປະເທດແບບຂຸຂະ, ໃນຂະນະທີ່ລະບົບກວດຈັບການເຄື່ອນໄຫວຂອງວັດຖຸ Moving Object Detection (MOD) ແມ່ນນຳໃຊ້ກ້ອງ 4 ໜ່ວຍໃນການກວດຈັບວັດຖຸເຄື່ອນທີ່ອ້ອມຕົວຍານພາຫະນະ ເມື່ອຢູ່ໃນບ່ອນຈອດລົດ ຫຼື ເຄື່ອນທີ່ຊ້າໆ ຈາກນັ້ນລະບົບຈະແຈ້ງເຕືອນຜູ້ຂັບຂີ່ທັງແບບສະແດງພາບ ແລະ ສຽງແຈ້ງເຕືອນ, ແລະ ຍັງມີຄຸນນະສົມບັດເພີ່ມເຕີມອີກຫຼາຍໆຢ່າງໃຫ້ທ່ານໄດ້ສຳພັດ.

8. ລະບົບເຕັກໂນໂລຊີຄວາມປອດໄພອື່ນໆທີ່ມາພ້ອມກັບຄຸນນະສົມບັດທີ່ມີການຄວບຄຸມທີ່ເພີ່ມຂຶ້ນເຊັ່ນ:

– ລະບົບ Hill Start Assist (HSA)ຊ່ວຍໃນການປ້ອງກັນບໍ່ໃຫ້ລົດກີ້ງໄປດ້ານຫຼັງເປັນເວລາສອງສາມວິນາທີ ຊຶ່ງເຮັດໃຫ້ຜູ້ຂັບຂີ່ມີເວລາພຽງພໍທີ່ຈະປ່ຽນຈາກແປ້ນເບຣກໄປເປັນຄັນເລັ່ງ.

– ລະບົບ Hill Descent Control (HDC)ຊ່ວຍໃນການຄວບຄຸມຄວາມໄວໃນການຂັບຂີ່ລົງທາງຄ້ອຍຊັນ ໂດຍການປັບຄວາມໄວ ແລະ ຄວາມດັນເບຣກໂດຍອັດຕະໂນມັດ.

– ລະບົບ 4-Wheel Active Brake Limited Slip (ABLS)ຈະກວດຈັບການໝູນຂອງລໍ້ ແລະ ໃຊ້ແຮງກົດເບຣກກັບລໍ້ທີ່ມື່ນໄຫຼ ແລະ ປ່ຽນທິດທາງກຳລັງໄປຍັງລໍ້ອື່ນໆ ໂດຍອັດຕະໂນມັດດ້ວຍການຍຶດເກາະ ເພື່ອຊ່ວຍໃນການເອົາຊະນະສະພາບພູມມີປະເທດແບບຂຸຂະ.

ລະບົບ Electronic Locking Rear Differential (ELRD)ເປີດໃຊ້ງານດ້ວຍການກົດປຸ່ມທີ່ໃຫ້ຄຸນສົມບັດການຂັບຂີ່ແບບອອຟໂຣດ ທີ່ຍອດຍ້ຽມໂດຍການຂັບເຄື່ອນລໍ້ຫຼັງທັງສອງເທົ່າກັນ ເພື່ອເພີ່ມການຍຶດເກາະ ແລະ ເຮັດໃຫ້ທ່ານກ້າວໄປຂ້າງໄດ້ຢ່າງໝັ້ນໃຈ.

-ຖົງລົມນິລະໄພແບບSRS 6 ຈຸດ (ຖົງລົມຄູ່ໜ້າ, ຖົງລົມດ້ານຂ້າງ, ມ່ານຖົງລົມດ້ານຂ້າງ ສໍາລັບເບາະນັ່ງແຖວທີ່ 2 ແລະ ແຖວທີ່ 3).

-ລະບົບເຊັນເຊີຈອດລົດດ້ານຫຼັງແບບ 4 ຕາພ້ອມຈໍສະແດງຜົນ, ກ້ອງເບີ່ງດ້ານຫຼັງ, ລະບົບປ້ອງກັນຂະໂມຍ ພ້ອມໜ້າທີ່ແບບ ແຈ້ງເຕືອນແບບ VSS ແລະ ລະບົບຄວບຄຸມການເປີດ-ປິດໄຟລົດແບບອັດຕະໂນມັດໃນຂະນະທີ່ເຂົ້າ-ອອກລົດ.

– ລະບົບເບຣກປ້ອງກັນລໍ້ລ໊ອກ (ABS), ລະບົບກະຈາຍແຮງເບຣກແບບອີເລັກໂທຣນິກ (EBD), ລະບົບຊ່ວຍເບຣກ(BA), ລະບົບຄວບຄຸມຍານພາຫະນະແບບໄດນາມິກ (VDC),ລະບົບປ້ອງກັນຄວາມປອດໄພຂອງເດັກນ້ອຍ ແລະ ໂຄງສ້າງຕົວຖັງລົດ (ລວມເຖີງໂຄງສ້າງດ້ານໜ້າໂຄງສ້າງຫ້ອງຜູ້ໂດຍສານເພື່ອຫຼຸດຜ່ອນຜົນກະທົບ ແລະ ໃຫ້ຄວາມຄຸ້ມຄອງແກ່ທ່ານ ແລະ ຜູ້ໂດຍສານຂອງທ່ານ).

– ລະບົບເບຣກປ້ອງກັນລໍ້ລ໊ອກ (ABS), ລະບົບກະຈາຍແຮງເບຣກແບບອີເລັກໂທຣນິກ (EBD), ລະບົບຊ່ວຍເບຣກ(BA), ລະບົບຄວບຄຸມຍານພາຫະນະແບບໄດນາມິກ (VDC),ລະບົບປ້ອງກັນຄວາມປອດໄພຂອງເດັກນ້ອຍ ແລະ ໂຄງສ້າງຕົວຖັງລົດ (ລວມເຖີງໂຄງສ້າງດ້ານໜ້າໂຄງສ້າງຫ້ອງຜູ້ໂດຍສານເພື່ອຫຼຸດຜ່ອນຜົນກະທົບ ແລະ ໃຫ້ຄວາມຄຸ້ມຄອງແກ່ທ່ານ ແລະ ຜູ້ໂດຍສານຂອງທ່ານ).

ບັນດາລູກຄ້າ ແລະ ສະມາຊິກທົ່ວໄປທີ່ມີຄວາມສົນໃຈ ລົດນິດສັນເທີຣາລຸ້ນໃໝ່ ເຊີນທ່ານເຂົ້າເບີ່ງໄດ້ທີ່ຫ້ອງວາງສະແດງລົດນິດສັນທຸກສາຂາ ຊຶ່ງມີຫຼາຍຫຼາກສີໃຫ້ທ່ານໄດ້ເລືອກເຊັ່ນ:Earth Brown, Lunar Metallic Gray, Flare Metallic Gold, Fiery Red, Galaxy Black, Dark Blue, Brilliant SilverແລະAspen Pearl White.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບລົດນິດສັນທຸກລຸ້ນໃນ ສປປ ລາວ, ກະລຸນາເຂົ້າຢ້ຽມຊົມໄດ້ທີ່ເວັບໄຊທ໌ www.nissan-lao.la

ຫຼື ຕິດຕາມໄດ້ທີ່ໜ້າ ເຟສບຸກຂອງນິດສັນລາວ fb.com/NissanLaos/

ແບ່ງປັນ