Breaking News

ເຊຍລາວສຸດໃຈ! ນາງງາມລາວເດີນທາງຮ່ວມປະກວດ  Miss Intercontinental ທີ່ປະເທດຟິລິປິນ

ແບ່ງປັນ

ຫຼັງຈາກທີ່ໄດ້ເປີດໂຕຊຸດປະຈຳຊາດລາວ ມາໃນຊຸດ“ເຜົ່າມົ້ງມ່ວນຊື່ນ” ໃຫ້ແຟນໆຊາວລາວໄດ້ຮູ້ກັນໄປແລ້ວ ຫຼ້າສຸດ  ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ອາຍຸ 18 ປີ ລວງສູງ 1,67 ຊັງຕີແມັດ ສາວງາມຕົວແທນຈາກະເທດລາວກໍໄດ້ເດີນທາງໄປປະກວດນາງງາມໃນເວທີ Miss Intercontinentalຈັດຂຶ້ນທີ່ ປະເທດ ຟິລິປິນ ເປັນທີ່ຮຽບຮ້ອຍແລ້ວ… #ເຊຍລາວສຸດໃຈ ?????? 

(“ເຜົ່າມົ້ງມ່ວນຊື່ນ” ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental )

ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental 

ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້.

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/FyFa Phommavongsay

ແບ່ງປັນ