Breaking News

ໜ້າຮັກຫຼາຍໆ! ລວມຕົວນາງງາມລາວ ເດີນສາຍອວຍພອນປີໃໝ່ ບໍລິສັດ ເຄ ແອນ ຊີ  ຈຳກັດ

ແບ່ງປັນ

ມາອັບເດດຂ່າວສານນາງງາມລາວຈາກຄ້າຍ Kaona Laos Entertainment ທີ່ຫຼ້າສຸດເດີນສາຍຫອບກະຕ່າດອກໄມ້ງາມໆມາອວຍພອນ ບັນນາທິການ ວາລະສານ ຂວັນໃຈ ແລະ ວາລະສານ ທາເກັດ ເຊິ່ງເປັນ ວາລະສານໃນເຄືອ ບໍລິສັດ ເຄ ແອນ ຊີ  ຈຳກັດ (K&C Group Co.,Ltd), ເຊິ່ງບັນຍາກາດເຕັມໄປດ້ວຍຄວາມໜ້າຮັກ ສົດໃສຈາກນ້ອງໆນາງງາມລາວທີ່ມາແຈກຮອຍຍິ້ມ ພ້ອມກັບກ່າວທັກທາຍສະບາຍດີບັນດາຜູ້ໃຫ່ຍທີ່ໃຫ້ການສະໜັບສະໜູນ ແລະ ໃຫ້ກຳລັງໃຈພວກນາງມາໂດຍຕະຫຼອດ.

ມີຮູບພາບບັນຍາກາດ ການອວຍພອນຈາກຄ້າຍ ກ້າວໜ້າລາວ ມາຝາກແຟນໆ ງານນີ້ນຳທີມໂດຍ ຈັນທະພອນ ສຸດຕະວົງ ຫຼື Toun Diva, ພ້ອມດ້ວຍນາງງາມຂວັນໃຈແຟນໆ ຄິດສະຕິນ່າ ລາຊະສິມມາ Miss Laos 2012 ແລະ ຍັງມີນ້ອງໆນາງງາມອີກຫຼາຍທ່ານເຊັ່ນ: ວານີພອນ ພູມີໄຊ (ໂຢໂຢ່) Miss Tourism Queen Laos 2018, ນິດາກອນ ຈັນດາລາສານ (ແອ່ນນີ້) Miss Tourism World Laos 2018, ພູຄຳ ທິບພົມວົງ Miss Tourism Universe Laos 2018 ແລະ  ອານິດາ ມິ່ງບຸບຜາ ຮອງອັນດັບໜຶ່ງ Miss Tourism World Laos 2018.

ໂອ້ຍ!!! ເບິ່ງແລ້ວເພີນຫູເພີນຕາສຸດໆເລີຍວ່າບໍ່ແຟນໆ ງົດງາມ ສົດໃສ ໜ້າຮັກສົມກັບເປັນນາງງາມລາວ ແລະນັ້ນກໍຄືແມ່ຍິງລາວ, ຢ່າງໃດ!! ກໍຝາກແຟນໆຊ່ວຍເປັນກຳລັງໃຈໃຫ້ບັນດານ້ອງໆນາງງາມຈາກຄ້າຍ ກ້າວໜ້າລາວ ກັນແດ່ ເພາະໃນໄວໆນີ້ໄດ້ຍິນມາວ່າພວກນາງຈະເດີນທາງໄປເປັນຕົວແທນແມ່ຍິງລາວໃນເວທີໂລກອີກດ້ວຍ ກຽມປັກໝຸດອັບເດດຂ່າວສານກັນໄວ້ໂລດເດີ້!!!

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ແບ່ງປັນ