Breaking News

ນັກສະແດງສັນຊາດລາວ ຮ່ວມສະແດງຮູບເງົາ “ດອກຈຳປາບານ” ກຽມໂຊຜົນງານໃນຈໍໃນປະເທດຈີນແລ້ວ…ໄວໆນີ້!!!

ແບ່ງປັນ

ໃຫ້ແຟນໄດ້ຕິດຕາມກັນອີກແລ້ວ ຫຼ້າສຸດ ຈັນດາລີ ສິດພະໄຊ (ຫຼື ໝໍ ແນ່ງ) ມີຂ່າວສານມາໃຫ້ແຟນໆໄດ້ອັບເດດຜົນງານກັນເລຶ້ອຍໆ, ກ່ອນໜ້ານີ້ກໍໄດ້ມີການເປີດເຜີຍໃຫ້ຮູ້ກັນໄປວ່ານາງໄດ້ໄປຮ່ວມສະແດງຮູບເງົາເລື່ອງ “ດອກຈຳປາບານ” ເຊິ່ງເປັນຮູບເງົາສານສຳພັນລະຫວ່າງ ລາວ-ຈີນ ຮ່ວມກັບທີມງານ ແລະ ຜູ້ສ້າງຈາກປະເທດຈີນ ຈົນເອີ້ນສຽງຮືຮາຈາກແຟນໆມາແລ້ວວວວ…

ແລະ ຫຼ້າສຸດກໍໄດ້ມີການເປີດເຜີຍກັນມາອີກຮອບໜຶ່ງແລ້ວວ່າ ໃນວັນທີ 18 ມັງກອນ 2019 ນີ້ຮູບເງົາເລື່ອງ “ດອກຈຳປາບານ” ກໍໄດ້ມີກຳນົດສາຍທີ່ ປະເທດຈີນ ທົ່ວປະເທດ.

ສຳລັບຮູບເງົາເລື່ອງ “ດອກຈຳປາບານ” ແມ່ນເວົ້າເຖິງຄວາມຮັກລະຫວ່າງ ບ່າວ-ສາວ ທັງສອງປະເທດ (ລາວ-ຈີນ) ທີ່ມີມາຕັ້ງແຕ່ລຸ້ນແມ່ເຖົ້າ ຕັ້ງແຕ່ໃນສະໄໝສົງຄາມທີ່ພົບຮັກກັບທະຫານຊາວຈີນ ແຕ່ບໍ່ສົມຫວັງ ຈົນມາເຖິງລຸ້ນຫຼານສາວກໍຄື ໝໍ ແນ່ງ ຈັນດາລີ ທີ່ຮັບບົດເປັນນາງເອກ ເຊິ່ງຄວາມຮັກຂອງນາງກໍບໍ່ຄ່ອຍຈະໄດ້ຮັບການສະໜັບສະໜູນໃຫ້ຮັກກັບຄົນຮັກທີ່ເປັນຊາຍຊາວຈີນ ເພາະບໍ່ຢາກໃຫ້ຫຼານສາວເສຍໃຈ… ຫັ້ນແນ່!!! ເລົ່າໃຫ້ຟັງຄ່າວໆຮູ້ສຶກຢາກເບິ່ງແລ້ວແມ່ນບໍ່ແຟນໆ ແຕ່ເລື່ອງລາວທີ່ເລົ່າມາເປັນພຽງເນື້ອຫາພຽງເລັກໜ້ອຍເທົ່ານັ້ນ ແລະ ຈະເຂົ້າສາຍໃນໂຮງຮູບເງົາທົ່ວປະເທດຈີນ ໃນວັນທີ 18 ມັງກອນ 2019 ນີ້.

(ຕົວຢ່າງ ຮູບເງົາ)

Posted by Chandaly Ningnang Sitpraxay on Thursday, December 6, 2018

 

ແຟນໆຊາວລາວເຮົາກໍອົດໃຈລໍຖ້າ ຮູບເງົາເລື່ອງ “ດອກຈຳປາບານ” ໄປກ່ອນ ເພາະຈະມີກຳນົດສາຍໃນລາວເຮົາໄວໆນີ້ເຊັ່ນດຽວກັນ ສັນຍາເລີຍວ່າຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ.

ຮູບພາບ: FB/Chandaly Ningnang Sitpraxay

ແບ່ງປັນ