Breaking News

ຊົມເຊີຍ! ເຈົ້າໜ້າທີ່ຈັບພໍ່ຄ້າຢາບ້າລາຍໃຫ່ຍ ຈຳນວນ 5.764.000 ເມັດ ພ້ອມເຮໂລອິນຫຼາຍຮ້ອຍແທ່ງ ທີ່ແຂວງ ບໍ່ແກ້ວ!!!

ແບ່ງປັນ

ໃນວັນທີ 12 ມັງກອນ 2019 ທີ່ຜ່ານມາ ທາງກອງບັນຊາການ ທະຫານ ແຂວງບໍ່ແກ້ວ ໄດ້ແຫຼ່ງຂ່າວຈາກຮາກຖານວ່າ: ຈະມີການຂົນສົ່ງຢາເສບຕິດ ລາຍໃຫຍ່ຢູ່ເຂດ ບ້ານສີດອນມີ ຫາ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັ່ງນັ້ນ, ທາງກອງບັນຊາການທະຫານແຂວງ ຈຶ່ງໄດ້ແຕ່ງຕັ້ງ ໃຫ້ຫ້ອງການ ປກສ-ປກຊ, ໄປສົມທົບກັບກອງຮ້ອຍຊາຍແດນ 122 ເພື່ອຕິດຕາມ ຢູ່ເຂດດັ່ງກ່າວຕາມການລາຍງານຂອງຮາກຖານ.

ເຖິງເວລາປະມານ 10 ໂມງເຊົ້າ ຂອງວັນທີ 13 ມັງກອນ 2019 ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຢູ່ເຂດ ບ້ານຫ້ວຍລົມ ຫາ ບ້ານຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຶ່ງໄດ້ກວດກາລົດກະບະ VIGO ຄັນດັ່ງກ່າວ ໝາຍເລກທະບຽນ ນຂ 5888 ກໍາແພງນະຄອນ ເຊິ່ງ ຂັບຂີ່ໂດຍ ທ້າວ ຊົງທໍ ອາຍຸ 27 ປີ ຢູ່ບ້ານທ່າບູ້ ເມືອງນໍ້າບາກ ແຂວງຫຼວງພະບາງ ຜ່ານການກວດຄົ້ນໄດ້ພົບເຫັນຢາເສບຕິດ ຈໍານວນ 26 ເປົາ ຢູ່ໃນລົດຄັນດັ່ງກ່າວຄື: ຢາເສບຕິດ ປະເພດຢາບ້າ ຈໍານວນ 23 ລວມມີ 2.883ມັດ = 5.764.000 ເມັດ, ເຮໂລອິນ ຈໍານວນ 3 ເປົາ ລວມມີ 90 ຄູ່ = 180 ແທ່ງ ແລະ ເງິນບາດ ຈໍານວນ 15,000ບາດ (ເງິນໄທ)


ຜ່ານການສືບສວນ-ສອບສວນ ໃນເບື້ອງຕົ້ນ ຜູ່ກ່ຽວຮັບສາລະພາບວ່າ:

“ຢາເສບຕິດຈໍານວນດັ່ງກ່າວ ແມ່ນຮັບມາຈາກ ບຸກຄົນບໍ່ຮູ້ຊື່ ເພດຊາຍ ອາຍຸປະມານ 27 ປີ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈະໄປສົ່ງຢູ່ຈຸດນັດໝາຍ ແລະຈະໄດ້ຮັບເງິນຄ່າຈ້າງ ຈໍານວນ 200,000,000 ກີບ (ສອງຮ້ອຍລ້ານກີບ) ແຕ່ຍັງບໍ່ໄດ້ຮັບເງິນເທື່ອ, ເມື່ອໄປຮອດຈຸດນັດໝາຍຈະມີຄົນມາຮັບເອົາເຄື່ອງແລ້ວຈຶ່ງໄດ້ຮັບເງິນ”.

ປະຈຸບັນຄະດີດັ່ງກາວ ທາງເຈົ້າໜ້າທີ່ຂອງພວກເຮົາ ພວມດໍາເນີນການສືບສວນ -ສອບສວນ ຂະຫຍາຍຜົນ ຊອກຫາຫົວໂປ່ໂຕການມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂ່າວໂດຍ: ຮທ ວິທູນ ແກ້ວກັນຍາ

ທີ່ມາ: FB/Bokeo#news

ແບ່ງປັນ