Breaking News

ສະແດງຄວາມຍິນດີ! ນາງງາມລາວຕິດ Top10 ໃນເວທີ Miss Intercontinental 2018 ທີ່ປະເທດຟິລິປິນ

ແບ່ງປັນ

ວ້າວ ວ້າວ ວ້າວວວ ມີຂ່າວດີມາບອກ ມາກ່າວແຟນໆໃຫ້ໄດ້ຮູ້ອີກແລ້ວ ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018  ຕົວແທນສາວງາມຈາກ ປະເທດລາວ ແມ່ນຖືກຈັດອັນດັບໃຫ້ຢູ່ໃນ Top10 ໃນເວທີ Miss Intercontinental 2018 ເພາະທ້າຍອາທິດທີ່ຜ່ານມາທາງກອງປະກວດກໍໄດ້ເປີດຕົວສາວງາມຜູ້ເຂົ້າແຂ່ງຂັນໃຫ້ບັນດາສື່ມວນຊົນ ແລະ ຄົນທັງໂລກໄດ້ຮູ້ໂສມໜ້າຂອງຜູ້ເຂົ້າແຂ່ງຂັນໃນປີນິ້ແລ້ວ  ຫຼັງຈາກນັ້ນກໍໄດ້ມີເວັບໄຊ້ນາງງາມຊື່ດັງ Angelopedia ຈັດອັນດັບ Top10  ຜູ້ເຂົ້າປະກວດທີ່ມີຄວາມງາມ ໂດດເດັ່ນ ແລະ ເປັນທີ່ຈັບຕາເບິ່ງ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ຢາດຟ້າ Miss Intercontinental Laos 2018ຈາກປະເທດລາວເຮົານຳເດີ້ (ຂໍສະແດງຄວາມຍິນດີນຳຫຼາຍໆ)

ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ເຊຍລາວສຸດໃຈ ?????? 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: FB/FyFa Phommavongsay

 

ແບ່ງປັນ