Breaking News

ອາຍຸເປັນພຽງໂຕເລກ! Lyn Slater ໄວອາຍຸ 64 ປີ ກາຍເປັນແຮງບັນດານໃຈໃຫ້ສາວໆທົ່ວໂລກ!!!

ແບ່ງປັນ

ເຊື່ອວ່າແຟນຫຼາຍໆທ່ານຄົງຈະເຫັນຮູບຂອງ Lyn Slater ອາຍຸ 64 ປີ ແຟຼຊັ່ນນິດຕ້າ (fashionista) ແລະ ເປັນ ບ໋ອກເກີ້ (blogger) ຄົນດັງ  ເຜີຍແຜ່ໄປທົ່ວໂລກອອນລາຍໃນເວລານີ້ ແລະ ດ້ວຍການແຕ່ງໂຕທີ່ສຸດແຊບ ແລະ ມີສະໄຕຣເປັນຂອງຕົວເອງເຮັດໃຫ້ເພິ່ນໂດ່ງດັງ ແລະ ເປັນແຮງບັນດານໃຈໃນດ້ານການແຕ່ງຕົວໃຫ້ສາວໆທົ່ວໂລກ ເອີ້ນໄດ້ວ່າ ອະຍຸເປັນພຽງໂຕເລກແທ້ໆ!!!

ສຳລັບ Lyn Slater ຫຼາຍຄົນຄົງຢາກຮູ້ຈັກ ເພິ່ນເປັນເຖິງສາດສະດາຈານທີ່ມະຫາວິທະຍາໄລ Fordham University ທີ່ ນິວຍອກ ແລະ ຍັງເປັນບ໋ອກເກີ້ລຸ້ນເກົ໋າ ເຈົ້າຂອງເວັບໄຊ້ accidentalicon.com  ເບິ່ງຈາກການແຕ່ງຕົວແລ້ວບໍ່ຍາກຈະເຊື່ອເລີຍແມ່ນບໍ່ວ່າຄົນ ອາຍຸ 64 ປີ ຈະແຕ່ງໂຕໄດ້ເຜັດ ແຊບ ຂະໜາດນີ້ ນາງຖືກຍົກໃຫ້ເປັນກູລູດ້ານແຟຼຊັ່ນອັນດັບຕົ້ນໆ ດ້ວຍສະໄຕຣການແຕ່ງໂຕທີ່ສາວໆແບບເຮົາໆຍັງຕ້ອງອາຍ

ແຕ່ຖາມວ່າໂດ່ງດັງໄດ້ແນວໃດນັ້ນ ປັດຈຸບັນນີ້  Lyn Slater  ເອງກໍຍັງຕອບບໍ່ໄດ້ ເພາະທຸກຢ່າງເກີດຂຶ້ນໄວ ແລະ ເປັນຄວາມເຂົ້າໃຈຜິດ ມີມື້ໜຶ່ງນາງກຳລັງຍືນຖ້າໝູ່ໃກ້ໆກັບງານອີເວັ້ນທີ່ມີການເດີນແຟຼຊັ່ນໂຊ ແຕ່ໃນຂະນະນັ້ນເກີດການເຂົ້າໃຈຜິດ ມີຊ່າງພາບ-ສື່ມວນຊົນ ມາລຸມຖ່າຍຮູບ ເພາະຄິດວ່ານາງເປັນເຊເລບຄົນດັງ

ດ້ວຍເປັນຍຸກຂອງໂລກໂຊຊ່ຽວ ເມື່ອມີຮູບພາບຂອງເພິ່ນຖືກເຜີຍແຜ່ໄປ ເຮັດໃຫ້ມີຜູ້ຄົນຈາກທົ່ວໂລກໃຫ້ຄວາມສົນໃຈ ແລະ ແຊຣພາບຂອງ Lyn Slater ຢ່າງຫຼວງຫຼາຍ. ປັດຈຸບັນ Lyn Slater ມີຄົນຕິດຕາມໃນ ອິນສະຕາແກຣມ ເກືອບ 6ແສນຄົນ ແລ້ວໃນເວລານີ້!!!

ເຫັນແລ້ວ ສາວໆ ແບບເຮົາໆຍັງຕ້ອງໄດ້ອ້າປາກຄ້າງໃນຄວາມເຜັດ ຄວາມແຊບ ແບບວ່າໝາກເຜັດຍົກສວນພຸ້ນເດີ້ ແລະ ໃນເວລານີ້ Lyn Slater ໄດ້ກາຍເປັນແຮງບັນດານໃຈໃນດ້ານການແຕ່ງໂຕ ການເບິ່ງແຍງຕົວເອງ ການໃຊ້ຊີວິດໃນດ້ານບວກຂອງແມ່ຍິງໄປແລ້ວທົ່ວໂລກ.

ຮູບພາບ: IG/iconaccidental

ແບ່ງປັນ