Breaking News

ຕະລຶງ! ມາເບິ່ງຊັບສິນຂອງເຈົ້າພໍ່ຄ້າຢາເສບຕິດລາວທີ່ຖືກທາງການກວດພົບ!

ແບ່ງປັນ

ຕະລຶງ! ມາເບິ່ງຊັບສິນຂອງເຈົ້າພໍ່ຄ້າຢາເສບຕິດລາວທີ່ຖືກທາງການກວດພົບ!

ຂ່າວຄືບໜ້າຄະດີ ທ້າວໄຊຊະນະ ແກ້ວພິມພາ (ລົບ) ອາຍຸ 41 ປີ ພໍ່ຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຖືກເຈົ້າໜ້າທີ່ຕໍາຫຼວດໄທເຂົ້າຈັບຕົວໃນວັນທີ 19 ມັງກອນ 2017 ຜ່ານມາທີ່ສະໜາມບິນສາກົນສຸວັນນະພູມປະເທດໄທ ຖືເປັນຂະບວນການຄ້າຢາເສບຕິດໃຫຍ່ກວ່າ “ເລົາຕາ ແສນລີ້” ຕໍ່ມາໃນວັນທີ 20 ມັງກອນ 2017 ທາງເຈົ້າໜ້າທີ່ໄທໄດ້ເປີດເຜີຍຫຼ້າສຸດວ່າ: ທາງເຈົ້າໜ້າທີ່ຕໍາຫຼວດກອງບັນຊາການຕໍາຫຼວດປາບປາມຢາເສບຕິດ ໄດ້ນໍາກໍາລັງເຈົ້າໜ້າທີ່ຫຼາຍກວ່າ 40ຄົນ ເຂົ້າກວດຄົ້ນ ແລະ ຍຶດຊັບສິນຂອງກຸ່ມເຄືອຂ່າຍທ້າວໄຊຊະນະ ຕາມຈຸດຕ່າງໆທົ່ວປະເທດໄດ້ມີມູນຄ່າຫຼາຍກວ່າ 100 ລ້ານບາດ.ພາຍຫຼັງທີ່ສືບຮູ້ມາວ່າ: ຜູ້ຕ້ອງຫາເຄືອຂ່າຍທ້າວ ໄຊຊະນະ ໄດ້ຍ້າຍເຂົ້າມາຢູ່ໃນເຮືອນຫຼັງດັ່ງກ່າວແຕ່ບໍ່ເຄີຍມາພັກອາໄສ, ທາງເຈົ້າໜ້າທີ່ຍັງຈະຄົ້ນຫາສິ່ງຜິດກົດໝາຍລວມທັງຂໍ້ມູນຫຼັກຖານຕ່າງໆ ທີ່ຄາດວ່າອາດຈະກ່ຽວຂ້ອງກັບກຸ່ມເຄືອຂ່າຍດັ່ງກ່າວ, ຢ່າງໃດກໍຕາມເຄືອຂ່າຍນີ້ ເຈົ້າໜ້າທີ່ອອກໝາຍຈັບທັງໝົດ 9 ຄົນ ສາມາດຈັບກຸມໄດ້ທັງໝົດ 7 ຄົນສ່ວນອີກ 2 ຍັງຢູ່ລະຫວ່າງການຫຼົບໜີ.

ທີ່ມາຈາກ: target magazine

ແບ່ງປັນ