Breaking News

ແຊຣສະໜັ່ນ! ຮືຮາ…ເຈົ້າບ່າວໃຈປໍ້າ ຫອບສິນສອດຂໍສາວ (ລວມມູນຄ່າມະຫາສານ)

ແບ່ງປັນ

ກາຍເປັນກະແສ Talk of the town ໃນບໍ່ພໍເທົ່າໃດຊົ່ວໂມງ ໃນຊ່ວງເຊົ້າຂອງວັນທີ 18 ມັງກອນ 2019 ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໝຶ່ງເຜີຍແຜ່ຮູບພາບພິທີມົງຄຸນສົມຣົດ ແຕ່ມາໃນຮູບແບບທີ່ບໍ່ທຳມະດາ…

ເພາະສິນສອດລວມແລ້ວເປັນມູນຄ່າມະຫາສານ ເຊິ່ງສິນສອດມີມູນຄ່າແມ່ນ:

ເງິນກີບ 09 ຕັບ (100 ໃບ x 100,000,-ກີບ), ລວມມູນຄ່າ 90 ລ້ານກີບ

 ເງິນບາດ (100 ໃບ x 1,000,- ບາດໄທ), ລວມມູນຄ່າ 9 ແສນບາດ 

ເງິນໂດລາ  (100 ໃບ x 100,- US$), ລວມມູນຄ່າ 09 ໝື່ນໂດລາ.

ນອກຈາກນັ້ນຍັງມີ ຄຳ ແລະ ເຄື່ອງປະດັບຕ່າງໆ, ເຊິ່ງພຽງແຕ່ເຈົ້າບາວປ້າຍແດງຄົນນີ້ໂພສຮູບ ແລະ ແຄັບຊັ່ນພຽງສັ້ນໆວ່າ “ໄປຂໍເມຍ” ລົງເຟສບຸກບໍ່ພໍເທົ່າໃດກໍເຮັດໃຫ້ມີຜູ້ຄົນໃຫ້ຄວາມສົນໃຈໃນຄວາມອະລັງການ ແລະ ຄວາມໃຈປໍ້າຂອງເຈົ້າບ່າວ ຈົນເຮັດໃຫ້ມີຍອດຄົນກົດໄລ້ ແລະ ກົດແຊຣຢ່າງຫຼວງຫຼາຍ.

ຢ່າງໃດກໍຂໍສະແດງຄວາມຍິນດີກັບຄູ່ບ່າວສາວຄູ່ນີ້ຫຼາຍໆເດີ້.

ຂໍຂອບໃຈຮູບພາບຈາກ: fb/Johnny Johnny

ແບ່ງປັນ