Breaking News

ມາເບິ່ງ! ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ!!!

ແບ່ງປັນ

ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ!!!

Shawn Achor ຜູ້ຊ່ຽວຊານດ້ານຈິດວິທະຍາ ແລະ ນັກຂຽນຍອດນິຍົມໃຫ້ຄຳນິຍາມ ການເບິ່ງໂລກໃນແງ່ບວກວ່າເປັນຄວາມສຸກທີ່ໄດ້ປຽບ ແລະ ຄວາມສຳເລັດກໍມັກຈະມາຈາກຄວາມສຸກເຫຼົ່ານັ້ນ ໃນຂະນະທີ່ເຮົາເບິ່ງໂລກໃນແງ່ບວກ ສະໝອງເຮົາກໍຈະເກີດຄວາມຄິດສ້າງສັນຫຼາຍຂຶ້ນ ຄິດລິເລີ່ມໂຄງການໃໝ່ໆ ຮູ້ສຶກໝັ້ນໃຈໃນຕົວເອງ ແລະ ມີຄວາມຄາດຫວັງໃນແງ່ບວກ… ລອງມາເບິ່ງວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ…

  1. ເປັນຄົນຄິດບວກ

ການທີ່ເຮົາຈະເກີດຄວາມຄິດດີໆໄດ້ນັ້ນ ອັບດັບທຳອິດຕ້ອງເບິ່ງໂລກໃນແງ່ບວກໃຫ້ໄດ້ກ່ອນ ໃຫ້ທຸກໆເລື່ອງ ບໍ່ວ່າຈະເປັນບັນກາ ຫຼື ຫຍັງກໍຕາມ ພຽງແຕ່ເບິ່ງໃນແງ່ບວກເຂົ້າໄວ້

2. ຕັ້ງເປົ້າໝາຍ

ເມື່ອເກີດເລື່ອງເຮັດໃຫ້ເຮົາຍ່າງອອກຈາກເສັ້ນທາງທີ່ເຄີຍຍ່າງ ຫາກຕ້ອງການເປັນຄົນທີ່ມີຄວາມໝັ້ນໃຈ ພຽງແຕ່ຖາມຕົວເອງວ່າ: ລອງມີຄວາມໝັ້ນໃຈເບິ່ງແດ່ບໍ່ ແລະ ລອງເຮັດວ່າມັນຈະເປັນແນວໃດ ແລລອງຄິດເບິ່ງວ່າຄວາມສຳເລັດທີ່ຝັນນັ້ນຖ້າມັນເກີດຂຶ້ນແລ້ວຈະຮູ້ສຶກແນວໃດ ຄ່ອຍໆໃຊ້ເວລາກັບຄວາມຮູ້ສຶກທີ່ຕ້ອງການ ໝັ້ນໃຈກັບຄວາມຕ້ອງການຂອງຕົວເອງ ຮູ້ສຶກພູມໃຈໃນຕົວເອງ ເພາະຄວາມຕື່ນເຕັ້ນທີ່ເກີດຂຶ້ນນັ້ນຈະຊ່ວຍເຮັດໃຫ້ຄວາມຝັນເປັນຈິງໄດ້

3. ເປັນໂຕຂອງໂຕເອງ

ຕົວເຮົາເອງແລະຄວາມຮູ້ສຶກຂອງເຮົາເອງ ຄືສອງສິ່ງທຳອິດທີ່ຄວນຈັດລຳດັບ ແລະ ໃຫ້ຄວາມສຳຄັນຫຼາຍທີ່ສຸດ ເພາະຄວນຈະໄດ້ຮັບສິ່ງທີ່ເຮົາຕ້ອງການຫຼາຍທີ່ສຸດໃນຊີວິດ

ດັ່ງນັ້ນ!! ພ້ອມຫຼືຍັງທີ່ຈະຄວ້າເອົາສິ່ງທີ່ຕົວເອງຕ້ອງການໃນຊີວິດມາຄອບຄອງ ພຽງແຕ່ມີຄວາມເຊື່ອໝັ້ນໃນຄວາມສຸກ ແລະ ເປົ້າໝາຍຂອງຕົນເອງ ເພາະຄວາມເຊື່ອໝັ້ນນັ້ນສາມາດເປັນສິ່ງທີ່ວັດແທກວ່າສາມາດປະສົບຜົນສຳເລັດໄດ້ຫຼຶບໍ່ ເພາະຄວາມໝັ້ນໃຈ ຄວາມກ້າ ສາມາດຈະສາມາດພາເຮົາກ້າວໄປສູ່ໂອກາດ ແລະ ຊີວິດໃໝ່ທີ່ດີກວ່າ.

Source: success

ແບ່ງປັນ