Breaking News

ກຽມລຸ້ນ ກຽມເຊຍ! ນາງງາມລາວໃນເວທີລະດັບສາກົນ Miss Global 2019  ທີ່ປະເທດຟິລິບປິນ!!!

ແບ່ງປັນ

ຮູ້ສຶກຕື່ນເຕັ້ນ ດີໃຈ ທຸກໆເທື່ອ ເມື່ອໄດ້ຍິນວ່າຈະມີສາວງາມຕົວແທນປະເທດລາວໄປປະກວດໃນລະດັບສາກົນ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019  ຈະເດີນທາງໄປເປັນຕົວແທນສາວງາມ ຈາກປະເທດລາວ ເພື່ອເຂົ້າປະກວດເວທີລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ.

ແລະ ໃນວັນທີ 31 ມັງກອນ 2019 ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019   ກໍຈະເດີນທາງໄປເຮັດໜ້າທີ່ແມ່ຍິງລາວໃນເວທີໂລກ ຝາກເປັນກຳລັງໃຈໃຫ້ສາວລາວເຮົາຫຼາຍໆເລີຍເດີ້ແຟນໆ…

 ສຳລັບການປະກວດ Miss Global 2019  ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້, ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

#ຮັກລາວເຊຍລາວ ??????

ຮູບພາບ: FB/MeePooh Thppv

ແບ່ງປັນ