Breaking News

ສະແດງຄວາມຍິນດີ! ນັກສະແດງ ແລະ ພິທີກອນຊື່ດັງຈາກລາວ ໄດ້ຮັບລາງວັນທີ່ປະເທດເພື່ອນບ້ານ!!!

ແບ່ງປັນ

ເປັນອີກໜຶ່ງຂ່າວ ເປັນຂ່າວດີສົ່ງທ້າຍເດືອນ ມັງກອນ 2019 ທີ່ຢາກນຳມາບອກເລົ່າແກ່ແຟນໆ ຂວັນໃຈ ທຸກໆຄົນ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ (ນັກສະແດງ) ແລະ ຕຸ້ຍ ບໍລິຫານ ຫຼື ຕຸ້ຍ ອະດີດສະມາຊິກແຫ່ງວົງ Overdance (ພິທິກອນ) ໄດ້ຮັບລາງວັນ “ທູດວັດທະນາທຳອາຊ້ຽນ” ທີ່ປະເທດເພື່ອນບ້ານ. (ຂໍສະແດງຄວາມຍິນດີ)

ເຊິ່ງຄົນບັນເທີງທັງສອງໄດ້ໄປຮ່ວມຮັບລາງວັນທີ່ ມະຫາວິທະຍາໄລ ລາດຊະພັດການຈະນະບູລີ (ປະເທດໄທ) ແລະ ຍັງໄດ້ຮ່ວມຈະບວນແຫ່ ແລະ ແຕ່ງໂຕຮ່ວມປະກອບໃນຂະບວນອີກດ້ວຍ.

ຢ່າງໃດ! ກໍຂໍສະແດງຄວາມຍິນດີກັບຄົນບັນເທີງລາວທັງສອງຄົນຫຼາຍໆ ແລະ ຂໍຊົມເຊີຍທີ່ເປັນແບບຢ່າງທີ່ດີໃຫ້ແກ່ນ້ອງໆໄວໜຸ່ມລາວ!!!

ຮູບພາບ: FB/Louknum Vongsili, Touy Overdance

 

ແບ່ງປັນ