Breaking News

ບໍ່ທຳມະດາ! “SENGLAO ART GARDEN 2019″ ເຮັດໃຫ້ແຟນໆປະທັບໃຈ ເຖິງຂັ້ນຮຽກຮ້ອງໃຫ້ເຮັດແບບນີ້…

ແບ່ງປັນ

ວ້າວວວວ ຮູ້ສຶກຕື່ນເຕັ້ນຫຼາຍໆທີ່ຈະມີໂອກາດໄດ້ມາບອກເລົ່າ ກ່ຽວກັບງານ  “SENGLAO ART GARDEN 2019″ ເປັນງານວາງສະແດງຮູບພາບ ແລະ ຜົນງານຂອງສິລະປິນລາວເຮົາ ໃນວັນທີ 26 ມັງກອນ 2019 ທີ່ຜ່ານມາ ງານນີ້ຈັດຂຶ້ນໂດຍຮ້ານອາຫານ Senglao Café ຮ່ວມກັບ ສະຖາບັນວິຈິດສິນແຫ່ງຊາດ, ເຊິ່ງ ຂວັນໃຈ ເຮົາກໍມີໂອກາດໄດ້ໄປຮ່ວມໃນງານດັ່ງກ່າວ ແລະ ຮູ້ສຶກປະທັບໃຈ ແລະ ບໍ່ພາດທີ່ຈະນຳເອົາຮູບພາບບັນຍາກາດພາຍໃນງານມາຝາກແຟນໆທຸກໆຄົນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມຄຶກຄຶ້ນ ແລະ ມີຜູ້ຄົນເຂົ້າຮ່ວມກັນຢ່າງຫຼວງຫຼາຍ…

ສຳລັບງານ  “SENGLAO ART GARDEN 2019″ ເປັນງານອີເວັ້ນດີໆສົ່ງທ້າຍເດືອນມັງກອນ ຂອງຕົ້ນປີ 2019, ງານດັ່ງກ່າວເປັນງານວາງສະແດງຮູບພາບເພື່ອໂຊຜົນງານຂອງບັນດາສິລະປິນ (Artist) ຊັ້ນນຳຂອງລາວເຊັ່ນ:  ອຈ. ມິກ ສາຍລົມ, ອຈ. ພອນມະນີ ແກ້ວມະນີ, ອຈ. ແກ້ວມະນີ ສຸວັນນະລາດ, ອຈ. ສີວິໄລ ສຸວັນນະສິງ, ອຈ. ພູທອນ ແລະ ນັກຮຽນຈາກສະຖາບັນວິຈິດສິນແຫ່ງຊາດ

ນອກຈາກການວາງສະແດງຮູບພາບແລ້ວ ພາຍໃນງານຍັງມີການແຕ້ມຮູບໂຊຈາກທາງສະຖາບັນວິຈິດສິນ, ການແຕ້ມຮູບສຳລັບເດັກນ້ອຍ, ການເພັ້ນໜ້າ/ເພັ້ນໂຕ, ເພັ້ນເສື້ອ, ເພັ້ນຈານ ຈາກນ້ອງໆອາສາສະໝັກ ແລະ ຍັງມີບູດອາຫານໃຫ້ທ່ານໄດ້ກິນ ໄດ້ຊີມອີກຫຼາກຫຼາຍ

ເຊິ່ງຜູ້ຄົນທີ່ໄປຮ່ວມໃນງານຕ່າງກໍ່ຮູ້ສຶກປະທັບໃຈ ເພີດເພີນກັບສິລະປະສີມືຂອງສິລະປິນລາວ ແລະ ເປັນອີເວັ້ນທີ່ໄດ້ຮັບສຽງຕອບຮັບເກີນຄາດ ຖືກເວົ້າເຖິງຫຼາຍທີ່ສຸດໃນເວລານີ້ ແລະ ຍັງມີກະແສຮຽກຮ້ອງມາຢ່າງຫຼວງຫຼາຍຈາກແຟນໆ ເພື່ອໃຫ້ທາງຜູ້ຈັດ ຈັດງານດີໆແບບນີ້ຂຶ້ນອີກ…

ສຳລັບແຟນໆທ່ານໃດທີ່ພາດ ບໍ່ໄດ້ເຂົ້າຮ່ວມໃນງານ  “SENGLAO ART GARDEN 2019″ ກໍບໍ່ຕ້ອງເສຍໃຈ ໂອກາດໜ້າຖ້າມີງານດີໆແບບນີ້ ສັນຍາເລີຍວ່າຈະມາບອກແຟນໆໃຫ້ຮູ້ກ່ອນໃຜແນ່ນອນ!!! 

ຂໍຂອບໃຈຮູບພາບຈາກ: FB/Ketsavanh Panyathip

ແບ່ງປັນ