Breaking News

ໃຈລະລາຍ! ສ່ອງໂປຟາຍ… ແມັກ ພູວະເນດ ນັກສະແດງໜ້າໃໝ່ທີ່ກຳລັງຕິດກະແສໃນເວລານີ້!!!

ແບ່ງປັນ

ເອົາໃຈສາວໆທັງສາວແທ້ ສາວທຽມ  ມີຜູ້ຊາຍຫຼໍ່ບອກຕໍ່… (555) ສະບາຍດີ! ແຟນໆ ຂວັນໃຈ ທຸກໆຄົນ ບັນຍາກາດກຳລັງສະບາຍໆບໍ່ຮ້ອນ ບໍ່ໜາວ ເລີຍຢາກຈະມາແຟນໆມາສ່ອງໂປຟາຍຂອງ ທ້າວ ພູວະເນດ ເພັງສະຫວັນ (ຫຼື ແມັກ) ອາຍຸ 19 ປີ ນັກສະແດງໄວໜຸ່ມຂວັນໃຈສາວໆຄົນໃໝ່ທີ່ກຳລັງຕິດກະແສ ແລະ ໂດ່ງດັງທີ່ສຸດໃນເວລານີ້…

(ມີຮູບພາບຂອງ ໜຸ່ມ ແມັກ ມາຝາກ…)

ສຳລັບ ໜຸ່ມ ແມັກ ພູວະເນດ ເອີ້ນໄດ້ວ່າເປັນຂວັນໃຈອີກຄົນໜຶ່ງຂອງແຟນໆ ຫາແຕ່ເຂົ້າວົງການແຕ່ນ້ອງກໍມີຜົນງານມານັບບໍ່ຖ້ວນແລ້ວເດີ້ ບໍ່ວ່າຈະເປັນ ເດີນແບບຖ່າຍແບບ ຖ່າຍ presenter ສະແດງຊີ່ລີ່ Badfriend ແລະ ທີ່ຈົບໄປແບບສົດໆຮ້ອນໆ ແລະ ເປັນທີ່ເວົ້າເຖິງຫຼາຍທີ່ສຸດກໍຄື ຊີ່ຣີ່ເລື່ອງ ຮັກນີ້ສີບົວ ພາກ 2 ນັ້ນເອງ.

ໄດ້ສ່ອງໂປຟາຍ ໄດ້ຮູ້ຈັກນັກສະແດງໜ້າໃໝ່ຄົນນີ້ແລ້ວເປັນແນວໃດ? ຢ່າງໃດກໍຝາກເປັນກຳລັງໃຈໃຫ້ ໜຸ່ມ ແມັກ ຄົນນີ້ຫຼາຍໆໂລດເດີ້!!!

(ໜ້າຮັກແບບນີ້ເອົາໄປ 3 ຄຳເລີຍວ່າ… “ໃຈລະລາຍ” ຮີ້ວວວວວ)

ຮູບພາບ: FB/M’Max Phengsavanh

ແບ່ງປັນ