Breaking News

ດຣ່າມ່າ!  ນາງງາມລາວເກືອບບໍ່ໄດ້ເຂົ້າຮ່ວມປະກວດໃນເວທີ Miss intercontinental 2018 ເພາະວ່າ…???

ແບ່ງປັນ

ເປັນກະແສ ດຣ່າມ່າ ມາໃຫ້ເວົ້າໃຫ້ລົມກັນອີກແລ້ວ ເນື່ອງຈາກມີການໂພສເປີດໃຈວ່າກວ່າທີ່ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະໄດ້ເຂົ້າຮ່ວມປະກວດໃນເວທີ Miss Intercontinental 2018 ທີ່ປະເທດ ຟິລິປິນ ທີ່ຫາແຕ່ປະກວດຮອບ Final ໄປແບບສົດໆຮ້ອນໆໃນວັນທີ 26 ມັງກອນ 2019 ທີ່ຜ່ານມາ ໄດ້ນັ້ນບໍ່ແມ່ນເລື່ອງງ່າຍ ເພາະເນື່ອງຈາກອາຍຸຍັງບໍ່ເຖິງເກນ ອາຍຸພຽງ 17 ປີ  ແຖມທັງຍັງມີດຣ່າມ່າຕ່າງໆນາໆວ່ານາງອາຍຸຍັງນ້ອຍ ແລະ ທັງຍັງບໍ່ມີຄວາມພ້ອມໃນເວທີໂລກ ເພາະ ຢາດຟ້າ ພົມມະວົງໄຊ ຍັງເປັນພຽງເດັກມັດທະຍົມ…

ເຊິ່ງໃນໂພສດັ່ງກ່າວມີເນື້ອໃນວ່າ: 

ຈາກດຣ່າມ່າຕ່າງໆນາໆທີ່ໄດ້ມີການເປີດໃຈໄປນັ້ນ ເຮັດໃຫ້ຮູ້ແລ້ວວ່າ ໃນມື້ນີ້ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ກໍໄດ້ພິສູດແລ້ວວ່ານາງມີຄວາມຕັ້ງໃຈໃນການພັດທະນາໂຕເອງ ເຖິງແມ່ນວ່າອາຍຸຈະຍັງນ້ອຍ ບໍ່ເປັນທີ່ຍອມຮັບໃນຊ່ວງກ່ອນໜ້າ ແຕ່ໃນເວລານີ້ມີແຕ່ສຽງຊື່ນຊົມໃນຄວາມສາມາດກັນຢ່າງຫຼວງຫຼາຍ

ເຖິງແມ່ນວ່າຈະບໍ່ໄດ້ລາງວັນມາຝາກຄົນລາວ ແຕ່ນາງກໍ່ສ້າງຊື່ສຽງໃຫ້ ປະເທດລາວ ແລະ ເຮັດໃຫ້ຕ່າງຊາດໄດ້ຮູ້ຈັກ ປະເທດລາວ ເຮົາຫຼາຍຂຶ້ນ ເຊິ່ງເວທີ Miss intercontinental ກໍເປັນອີກເວທີໃຫ່ຍອັນດັບທີ 5 ຂອງໂລກ ພໍແຕ່ໄປຮ່ວມປະກວດ ຢາດຟ້າສາມາດຕິດ Top 20 ໃນມື້ເປີດໂຕປະເທດທີ່ເຂົ້າຮ່ວມຂອງເວທີ Miss intercontinental 2018 , ຕິດອັນດັບ 7 ຄວາມຫນ້າສົນໃຈຂອງ  MISSOSOLOGY (ເວັບໄຊ້ຈັດອັນດັບນາງງາມຊື່ດັງ), ຕິດອັນດັບ 5 ໃນງານເດີນ Present ຊຸດລາຕີອີກດ້ວຍ.

ຢ່າງໃດ! ກໍຂໍຊົມເຊີຍ ແລະ ສະແດງຄວາມຍິນດີກັບ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ທີ່ຂຶ້ນແທ່ນກາຍເປັນຂວັນໃຈແຟນໆຊາວລາວໄປອີກຄົນແລ້ວໃນເວລານີ້!!!

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

(ຂໍຂອບໃຈສຳລັບຮູບພາບ)

ແບ່ງປັນ