Breaking News

ກຽມປ່ອຍ! “ຮັບໄດ້ບໍ່” ຜົນງານໃໝ່ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ 

ແບ່ງປັນ

ຈື່ນໍ້າສຽງສາວຄົນນີ້ໄດ້ບໍ່??? ຫ່າງຫາຍວົງການເພງໄປໄລຍະໜຶ່ງ ຫຼ້າສຸດ ບິດາລັກ ສີອັກຄະພົມ (ຕຸລີ່) ກໍມີຜົນງານມາໃຫ້ແຟນໆກຽມໄດ້ອັບເດດ ເພາະໃນວັນທີ 1 ກຸມພາ 2019 ນາງຈະມີບົດເພງໃໝ່ຊື່ວ່າ “ຮັບໄດ້ບໍ່” ມາໃຫ້ແຟນໆໄດ້ຕິດຕາມ…

(ຕົວຢ່າງບົດເພງ “ຮັບໄດ້ບໍ່”)

"ຂໍພຽງຄວາມເຂົ້າໃຈ ທຸກຄົນບໍ່ໄດ້ສົມບູນແບບໄປທຸກຢ່າງ" ◼ "NO ONE IS PERFECT" ◼❤ ວັນທີ່ 1 ກຸມພາ ນີ້! ມາຟັງແບບເຕັມໆພ້ອມກັນເນາະ!#ToulyBidalack #ຮັບໄດ້ບໍ່ #ເພງໃຫມ່2019

Posted by Bidalack Syackhaphom on Tuesday, January 29, 2019

 

ສຳລັບ ຕຸລີ່ ບິດດາລັກ ເຊື່ອວ່າແຟນໆຫຼາຍທ່ານຄົງຈະຮູ້ຈັກນາງກັນແດ່ແລ້ວ ເພາະເປັນອີກແມ່ຍິງລາວຄົນໜື່ງທີ່ມີຄວາສາມາດຫຼາຍດ້ານ ແລະ ຍັງເປັນເຈົ້າຂອງບົດເພງດັງຫຼາຍບົດເພງໃນອະດີດ ບໍ່ວ່າຈະເປັນ: ເຈັບບໍ່ຈຳ, ສຳຄັນເວລາເຫງົາ, ຢ່າງນ້ອຍກໍ່ເຄີຍຮັກກັນ, ບໍ່ໄດ້ເກັ່ງຄືເຈົ້າ ແລະ ຍັງມີອີກຫຼາກຫຼາຍບົດເພງທີ່ເປັນເພງຮິດ ເຊິ່ງເຮັດໃຫ້ແຟນໆປະທັບໃຈມາແລ້ວຫຼາຍບົດເພງ…

ເອົາເປັນວ່າ! ສາມາດຕິດຕາມຜົນງານໃໝ່ “ຮັບໄດ້ບໍ່”  ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ  ເຮົາຄົນລາວສະໜັບສະໜູນສິລະປິນລາວຫຼາຍໆເດີ້ແຟນໆ!!!

ທີ່ມາ: FB/Bidalack Syackhaphom

ແບ່ງປັນ