Breaking News

ສະຖານເອກອັກຄະລັດຖະທູດຈີນປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ 2019

ແບ່ງປັນ

ສະຖານເອກອັກຄະລັດຖະທູດຈີນປະຈຳລາວໄດ້ຈັດງານລ້ຽງສະເຫຼີມສະຫຼອງປີໃໝ່ຈີນ ໃນຄ່ຳຄືນຂອງວັນທີ 28 ມັງກອນ 2019 ທີ່ຜ່ານມາ ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູດ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າໂຄສະນາອົບຮົມສູນກາງພັກ ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ ແລະ ບັນດາທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນປະຈຳສປປ.ລາວ.


ທ່ານ ຈຽງ ໄຊຕົງ ເອກອັກຄະລັດຖະທູດຈີນປະຈຳສປປ.ລາວ ກ່າວວ່າ: ປີ 2018 ແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດຢ່າງຮອບດ້ານ ເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ. ພາຍໃຕ້ການນຳພາອັນເຂັ້ມແຂງໜັກແໜ້ນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ໂດຍມີ ເລຂາທິການໃຫຍ່ ສີ ຈິ້ນຜິງເປັນແກນນຳ, ສປ.ຈີນ ສາມາດຍາດໄດ້ຜົນສຳເລັດສັງຄົມນິຍົມຕາມສີສັນພິເສດຂອງສປຈີນທີ່ຫຍິ່ງໃຫຍ່ຄັ້ງໃໝ່ເພື່ອຍຸກສະໃໝໃໝ່. ໃນປີ 2018 ສປ.ຈີນ ໄດ້ສະເຫຼີມສະຫຼອງວັນຄົບຮອບ 40 ປີຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ເປັນຄັ້ງທຳອິດທີ່ຈີດີພີຂອງສປ.ຈີນ ໄດ້ລື່ນກາຍ 90 ລ້ານລ້ານຢວນ, ການປະກອບສ່ວນຂອງສປ.ຈີນຕໍ່ການຂະຫຍາຍຕົວເສດຖະກິດໂລກແມ່ນເທົ່າກັບ 30% ບົດບາດຂອງສປ.ຈີນໃນຖານະທີ່ເປັນຜູ້ນຳເສດຖະກິດອັນດັບສອງຂອງໂລກມີຄວາມພົ້ນເດັ່ນທີ່ສຸດ.


ໃນປີ 2019 ນີ້ ສປ.ຈີນ ຈະໄດ້ສະເຫຼີມສະຫຼອງວັນຄົບຮອບ 70 ປີ ແຫ່ງການສະຖາປະນາ ສາທາລະນະລັດປະຊາຊົນຈີນ ແລະ ກ້າວສູ່ໄລຍະໃໝ່ທີ່ເດັດດ່ຽວແຫ່ງການສ້າງສັງຄົມຮັ່ງມີລະດັບປານກາງໃນທຸກດ້ານ ແລະ ເຮັດສຳເລັດເປົ້າໝາຍ 100 ປີທຳອິດ.
ທ່ານທູດກ່າວວ່າ ປີ 2019 ຈະເປັນປີທີ່ສຳຄັນຍິ່ງສຳລັບປະຊາຊົນລາວ ທີ່ຈະບັນລຸເປົ້າໝາຍການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາທີ່ເຂັ້ມແຂງຂອງກຳມະການສູູນກາງພັກປະຊາຊົນປະຕິວັດລາວ ທີ່ນຳພາໂດຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ປະຊາຊົນລາວອ້າຍນ້ອງຈະຍາດໄດ້ເປົ້າໝາຍພັດທະນາທີ່ໄດ້ກຳນົດໄວ້ ແລະ ມີອະນາຄົດທີ່ສົດໃສ ແລະ ປີ 2019 ຍັງເປັນປີຄົບຮອບ 10 ປີຂອງການເປັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປປ.ລາວ ແລະ ສປ.ຈີນ.

(ທີ່ມາ: ປະເທດລາວ Pathedlao)

ແບ່ງປັນ