Breaking News

ເອົາແລ້ວວວ! ນໍ້າຝົນ ຮ່ວມງານກັບ ປາມມີ່ ນັກຮ້ອງສຸດແນວ ພ້ອມທັງສິລະປິນດັງອີກຫຼາຍປະເທດ ໃນຮູບເງົາ “FRIEND ZONE”

ແບ່ງປັນ

ເອົາແລ້ວວວວ! ຮືຮາກັນສຸດໆໃນເວລານີ້ ເພາະວ່າ ນໍ້າຝົນ ອິນທະວົງ (ຫຼື ນໍ້າຝົນ Indee) ນັກຮ້ອງສາວຈາກປະເທດລາວ ທີ່ກ່ອນໜ້ານີ້ມີຂ່າວແວ່ວໆມາກ່ອນແລ້ວວ່ານາງໄດ້ໄປຮ່ວມຮ້ອງເພງ ແລະ ສະແດງຮູບເງົາ ເລື່ອງ ເຟນໂຊນ (FRIEND ZONE) ທີ່ປະເທດໄທ ແລະ ເມື່ອບໍ່ດົນມານີ້ກໍເປັນກະແສໃຫ້ໄດ້ມາເວົ້າມາລົມກັນ ເພາະມີການປ່ອຍເພງປະກອບຮູບເງົາເລື່ອງດັ່ງກ່າວອອກມາໃຫ້ແຟນໆໄດ້ເບິ່ງ ເຊິ່ງເພງນີ້ເຊື່ອວ່າແຟນໆຊາວລາວເຮົາກໍຄົງຈະໄດ້ຍິນກັນມາກ່ອນແລ້ວເປັນບົດເພງທີ່ມີຊື່ວ່າ “ຄິດມາກ” ຂອງນັກຮ້ອງສາວສຸດແນວ ປາມມີ່ ແຕ່ຂຶ້ນຊື່ວ່າເປັນເພງປະກອບຮູບເງົາ “FRIEND ZONE” ທັງທີ ແນ່ນອນວ່າຕ້ອງມີຄວາມພິເສດ ແລະ ມ່ວນ ມັນແນ່ນອນ ເພາະເພງດັ່ງກ່າວໄດ້ລວມລວມເອົາສິລະປິນສາວຊື່ດັງຈາກ 9 ປະເທດ ເນື້ອເພງກໍເປັນ 9ພາສາ ລວມທັງພາສາລາວເຮົານຳເດີ້ແຟນໆ ແລະ ງານນີ້ພາສາລາວເຮົາຍັງໄດ້ເປັນຊາດທຳອິດທີ່ຮ້ອງອີກດ້ວຍ…

(ມີຄລິບ)

ເຊິ່ງສິລະປິນໃນເພງດັງກ່າວແມ່ນມາຈາກ 9 ປະເທດເຊັ່ນ: ນໍ້າຝົນ ອິນທະວົງ (Laos), Palmy (Thailand), Claudia Barretto (Philippines), Chi Pu (Vietnam), Meng Jai (China), Joyce Chu (Malaysia), Laura Mam (Cambodia), Audrey Tapiheru ແລະ Cantika Abigail (Indonesia) ແລະ Phyu Kyaw Thein (Myanmar)​.

“ເວົ້າກັບຂ້ອຍໄດ້ບໍ່ ວ່າມັນຄືຄວາມຈິງຫຼືວ່ານ້ອງຄິດຫຼາຍ ໃຈນ້ອງເລີ່ມສິຫວັ່ນໄຫວ ກັບຄຳຖາມທີ່ອ້າຍນັ້ນຍັງບໍ່ຕອບ…”  ໄດ້ຟັງແລ້ວມ່ວນ ຮ້ອງກັນຕິດປາກເລີຍແມ່ນບໍ່ແຟນໆ! ເຊິ່ງຮູບເງົາເລື່ອງ “FRIEND ZONE ຈະເຂົ້າສາຍໃນຊ່ວງວັນແຫ່ງຄວາມຮັກ ວັນທີ 14 ກຸມພາ 2019 ນີ້ ໃຜທີ່ເປັນສາຍຫຼົງຮັກໝູ່ ຫຼື ຢາກເບິ່ງສາວໆນັກຮ້ອງຈາກ 9 ປະເທດ ກໍ່ບໍ່ຄວນພາດເດີ້!!!

(ຂໍຂອບໃຈຄລິບ ແລະ ຮູບພາບ)

ແບ່ງປັນ