Breaking News

ຢ່າໃຫ້ໃຜມາເວົ້າໃຫ້ວ່າ “ຂາດຄວາມຮັບຜິດຊອບ” ລອງມາເບິ່ງເຄັບບໍ່ລັບທີ່ຈະຊ່ວຍໃຫ້ເປັນຄົນກົງຕໍ່ເວລາ

ແບ່ງປັນ

ການມາກົງຕໍ່ເວລາຖືເປັນສິ່ງທີ່ຄັນຫຼາຍໆ ໃນການໃຊ້ຊີວິດໃນສັງຄົມໃຫ້ມີປະສິດທິພາບ ເພາະມີການວິໃຈອອກມາແລ້ວວ່າ ການມາຊ້າຖືເປັນການຜິດສັນຍາ ແລະ ເຮັດໃຫ້ຂາດຄວາມເຊື່ອຖື ແລະ ເຮັດໃຫ້ພາດຈາກໂອກາດດີໆ, ດັ່ງນັ້ນ! ໃນມື້ນີ້ເຮົາຈະມາຮູ້ຈັກກັບ 9 ວິທີທີ່ຊ່ວຍໃຫ້ກົງຕໍ່ເວລາທີ່ນັດໝາຍ ແລະ ປັບຕົວເປັນຄົນໃໝ່ໃຫ້ມີຄວາມໜ້າເຊື່ອຖື ໄດ້ໂອກາດດີໆ ແລະ ບໍ່ຕ້ອງຖືກໃຜມາເວົ້າໃຫ້ວ່າເຮົາບໍ່ມີຄວາມຮັບຜິດຊອບ!!!

  1. ໃຫ້ຄວາມສຳຄັນກັບການກົງຕໍ່ເວລາ

ມີຫຼາຍຄົນທີ່ບໍ່ເຫັນຄວາມສຳຄັນຕໍ່ການກົງຕໍ່ເວລາ ດັ່ງນັ້ນ! ເພື່ອບໍ່ຢາກພາດໂອກາດທີ່ດີ ທີ່ຈະເຂົ້າມາໃນຊີວິດໃຫ້ລອງປັບປ່ຽນນິດໃສເບິ່ງໃໝ່ ເພາະການມາກົງຕໍ່ເວລາຈະເຮັດໃຫ້ເຮົາເຝິກຝົນໂຕເອງໃນທາງທີ່ດີຂຶ້ນ

2. ເພື່ອເວລາ

ໃຫ້ຄິດສະເໝີວ່າກາເດີນທາງໄປຫາຄົນທີ່ເຮົານັກດ ອາດຈະບໍ່ໄດ້ລາບລື່ນ ອາດຈະມີຝົນຕົກ ລົດຕິດ ແລະ ອື່ນໆ ເພື່ອບໍ່ໃຫ້ເປັນການບໍ່ກົງຕໍ່ເວລາ ຄວນເພື່ອເວລາກ່ອນຈະດີທີ່ສຸດ ອາດຈະເບິ່ງເວລາໃຫ້ຮອດຈຸດທີ່ເຮົານັດໝາຍໄວ້ຈັກ 15 ນາທີ ຈະເປັນການດີ

3. ຈັດເຄື່ອງໃຫ້ເປັນລະບຽບ

ຄວນເກັບມ້ຽນເຄື່ອງໃຫ້ເປັນບ່ອນ ບໍ່ວ່າຈະເປັນໂທລະສັບກຸນແຈລົດກ່ອນອອກຈາກບ້ານ ຈະໄດ້ບໍ່ເສີຍເວລາກ່ອນອອກເດີນທາງ

4. ກຽມຕົວໃຫ້ພ້ອມ

ກ່ອນເຖິງມື້ນັດໝາຍ ຫຼື ກິດຈະກຳຫຍັງກໍຕາມ ຄວນກຽມເຄື່ອງທຸກຢ່າງທີ່ຕ້ອງໃຊ້ ເຊັ່ນ: ການວາງແຜນ ກຳໜົດເວລາ ຫຼື ບົດລາຍງານຕ່າງໆໄວ້ໃຫ້ຮຽບຮ້ອຍ

5. ຄວນເຮັດໃຫ້ການມາຊ້າ ເປັນເລື່ອງໜ້າອາຍ

ເອວເດັນ ຄານາຮານ ເຄີຍກ່າວວ່າ: “ຂ້ອຍມັກຈະເຮັດໃຫ້ເລື່ອງການມາຊ້າເປັນເລື່ອງໜ້າໂມໂຫ ແລະ ໜ້າຫງຸດຫງິດ ເວລາທີ່ນັດຄົນອື່ນແລ້ວພວກເຂົາມາຊ້າ ບໍ່ກົງເວລາ ເພື່ອວ່າຈະໂຕເອງຈະບໍ່ໄດ້ມາຊ້າ ຖ້າມີຄົນອື່ນມານັດເຮົາ” 

6. ຖາມໂຕເອງວ່າເປັນຫຍັງຕ້ອງບໍ່ກົງເວລາ

ນັກຈິດວິທະຍາກ່າວວ່າ ການມາຊ້າສະທ້ອນໃຫ້ເຫັນບັນຫາຫຼາຍຢ່າງ ຈະເຮັດໃຫ້ສະມາທິສັ້ນ ການສະແຫວງຫາຄວາມຕື່ນເຕັ້ນ ແລະ ຊີວິດການເຮັດວຽກທີ່ບໍ່ມີຄວາມສຸກ ການທີ່ເຮົາເຮັດຄວາມເຂົ້າໃຈຕົ້ນຕໍຂອງສາເຫດຂອງການມາຊ້ານີ້ ຈະເຮັດໃຫ້ນຳໄປສູ່ການປ່ຽນແປງໃນເລື່ອງເວລາເພື່ອຫຼຸດນິໃສດັ່ງກ່າວ

7. ຈັດລຳດັບຄວາມສຳຄັນຂອງສິ່ງທີ່ຕ້ອງເຮັດ

ບໍ່ວ່າຈະອອກໄປໃສຄວນວາງແຜນ ແລະ ຈັດລຳດັບເຮັດໃນສິ່ງຕ່າງໆລ່ວງໜ້າ ພະຍາຍາມເດີນທາງກ່ອນເວລາ ຫຼື ຄ່ອຍມາເຮັດໃນສິ່ງທີ່ບໍ່ຈຳເປັນຕອນເຖິງທີ່ໝາຍແລ້ວເຊັ່ນ ຕອບຂໍ້ຄວາມ ອີເມວ ຫຼື ລົມໂທລະສັບ.

ໄດ້ຮູ້ເຄັດບໍ່ລັບຂອງການຊ່ວຍໃຫ້ເປັນຄົນກົງຕໍ່ເວລາທີ່ທາງ ຂວັນໃຈ ເຮົາໄດ້ນຳມາຝາກແລ້ວ ກໍຢ່າລືມນຳໄປໃຊ້ກັນເດີ້ແຟນໆ!!!

ແບ່ງປັນ