Breaking News

ຮູ້ຫຼືບໍ່? ວ່າສາວປະເພດສອງຕົວແທນປະເທດລາວໃນເວທີ Miss International Queen 2019 ທີ່ປະເທໄທ ແມ່ນ…

ແບ່ງປັນ

ປະກາດຢ່າງເປັນທາງການໄປແບບສົດໆຮ້ອນໆແລ້ວວ່າ ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019   ສາວປະເພດສອງຈາກປະເທດລາວ ຈະເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ.

ສຳລັບ ປໍ້ ກັນລະຍານີ ອາຍຸ 22 ປີ ລວງສູງ 169 ຊັງຕີແມັດ ກຳລັງສຶກສາຢູ່ທີ່ ວິທະຍາໄລ ລາວ-ອາເມລິກາ ເປັນສາວປະເພດສອງອີກໜຶ່ງຄົນທີ່ມີແຟນໆໃຫ້ຄວາມສົນໃຈ ແລະ ຕິດຕາມຜົນງານ ເຊິ່ງສາວຄົນນີ້ກໍມີຜົນງານຜ່ານວົງການບັນເທີງມາແລ້ວເດີ້ແຟນໆ ເພິ່ນໂດດເດັ່ນຫຼາຍໃນວົງການນາງແບບລາວເຮົາ ແລະ ນອກຈາກວຽກໃນວົງການບັນເທີງແລ້ວເພິ່ນຍັງໃຊ້ເວລາວ່າງໃຫ້ເປັນປະໂຫຍດ ໂດຍການໄປສອນນ້ອງໆນັກຮຽນອີກດ້ວຍ.

ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ??????

(ມີຄລິບແນະນຳຕົວຂອງ ປໍ້ ກັນລະຍານີ ) 

MIQ2019: Kanrayany Phothimath from Laos

Kanrayany Phothimath from Laos Introductory Video is ready now. The video with highest LIKES and SHARES on Facebook together with VIEWS on YouTube will win The Most Popular Introductory Video and get free round trip tickets from her point of origin to Thailand and fast track to top 12. The winner will be announced in the final show on 8th March 2019 from Tiffany’s Show Pattaya Tiffany's Show Official Site broadcasted by GMM25Thailand. Book your tickets now at http://www.thaiticketmajor.com/performance/miss-international-queen-2019-th.html #miq2019 #missinternationalqueen2019 #miq #missinternationalqueen #tiffany #tiffanyshow #tiffanyshowpattaya #pattaya #thailand #lgbt #transgender #worldequality #equality #humanright #beautypageant #gmm25

Posted by Miss International Queen Pageant on Friday, February 1, 2019

 

ຮູບພາບ: fb/Por Takarn

ແບ່ງປັນ