Breaking News

ຢາກເບິ່ງແລ້ວ! ນາງງາມລາວດັງໄກໄປສະແດງຮູບເງົາຮ່ວມກັບນັກສະແດງຊື່ດັງຫຼາຍທ່ານຂອງປະເທດໄທ

ແບ່ງປັນ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ!!! ມາອັບເດດຜົນງານຂອງ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ຫຼັງຈາກອຳລາຈາກຕຳແໜ່ງ ນາງກໍເດີນໜ້າລຸຍວຽກທາງດ້ານສາຍບັນເທີງຢ່າງເຕັມທີ່ ບໍ່ວ່າຈະເປັນການເດີນແບບ ຖ່າຍແບບ ສະແດງເອັມວີເພງດັງ ແລະ ຫຼ້າສຸດນາງກໍມີຜົນງານມາໃຫ້ແຟນໆໄດ້ອັບເດດ ເປັນການເດີນທາງໄປຮ່ວມສະແດງຮູບເງົາເລື່ອງ “ຜາດຳ ຄຳໄອ” ເຊິ່ງເລື່ອງນີ້ ນຸ້ຍ ສຸພາພອນ ໄດ້ຮັບບົດບາດເປັນນາງເອກເລື່ອງທຳອິດຮ່ວມປະຊັນບົດບາດກັບ ຕູມຕາມ ຍຸດທະນາ (ພະເອກດັງຂອງເພື່ອນບ້ານ)

ນອກຈາກນັ້ນຍັງມີນັກສະແດງຊື່ດັງອີກຫຼາຍທ່ານເຊັ່ນ ໝໍ່າ ຈົກມົກ (ຕະຫຼົກຊື່ດັງປະເທດເພື່ອນບ້ານ), ເຈເນັດ ຂຽວ (ນັກຮ້ອງຊື່ດັງປະເທດເພື່ອນບ້ານ), ເຈ້ຍ ປາຊີຟິກ (ຜູ້ກຳກັບ/ນັກສະແດງ) ແລະ ນັກສະແດງຊື່ດັງອີກຢ່າງຫຼວງຫຼາຍ, ສຳລັບຮູບເງົາເລື່ອງ “ຜາດຳ ຄຳໄອ” ໄດ້ມີພິທີບວງສວງໄປຕັ້ງແຕ່ວັນທີ 6 ກຸມພາ ທີ່ຜ່ານມາ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມມ່ວນຊື່ນ ເຮຮາ…

ພຽງເຫັນແຕ່ພິທີບວງສວງຂອງຮູບເງົາເລື່ອງ “ຜາດຳ ຄຳໄອ” ແລ້ວຮູ້ສຶກຢາກເບິ່ງຂຶ້ນມາທັນທີ, ເອົາເປັນວ່າຢ່າລືມຕິດຕາມ ເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາຫຼາຍໆເລີຍເດີ້ແຟນໆ!!!

(ເບິ່ງຄລິບສຳພາດນັກສະແດງຈາກຮູບເງົາເລື່ອງດັ່ງກ່າວ)

สุดยิ่งใหญ่! บวงสรวงภาพยนตร์ "ผาดำ คำไอ่"

คลิปย้อนหลังข่าวแซ่บ…สุดฟิน!!!สุดยิ่งใหญ่! บวงสรวงภาพยนตร์ "ผาดำ คำไอ่"#ผาดำคำไอ่#ข่าวแซ่บสุดฟิน #ห้องข่าวบันเทิง #workpoint23

Posted by ห้องข่าวบันเทิง on Wednesday, February 6, 2019

ຮູບພາບ: FB/Nui Souphaphone

ແບ່ງປັນ