Breaking News

ຢາກລວຍບໍ່? ມາເບິ່ງວິທີຄິດທີ່ຈະຊ່ວຍໃຫ້ກາຍເປັນເສດຖີມີເງິນຫຼາຍລ້ານກ່ອນ ອາຍຸ 30 ປີ!!!

ແບ່ງປັນ

ໃນປັດຈຸບັນມີຄົນຈຳນວນຫຼວງຫຼາຍທີ່ຄິດວ່າຄົນອາຍຸ 20-30ປີ ຈະເປັນຊ່ວງທີ່ທຸກທີ່ສຸດ ແຕ່ຮູ້ບໍ່ວ່າມັນບໍ່ໄດ້ໝາຍຄວາມແບບນັ້ນສະເໝີໄປ ເພາະມັນຍັງມີວິທີທີ່ເຮັດໃຫ້ຄົນເຮົານັ້ນປະສົບຜົນສຳເລັດໄດ້ໄວ, ລອງມາເບິ່ງວິທີຄິດທີ່ຈະຊ່ວຍໃຫ້ກາຍເປັນເສດຖີເງິນຫຼາຍລ້ານກ່ອນ ອາຍຸ 30 ປີ!!!

  1. ຢ່າສົນໃຈລະບົບການເຮັດວຽກແບບເກົ່າໆ

ໃນເມື່ອກ່ອນມີຫຼາຍສາຂາອາຊີບທີ່ຕ້ອງໃຊ້ເວລາຮຽນ ແລະ ລົງທຶນໄປກັບການສຶກສາຢ່າງມະຫາສານ ຍິ່ງຖ້າຫາກໄດ້ເຮັດວຽກໃນລະບົບການຈ້າງງານແບບເກົ່າໆ ທີ່ໃຫ້ລາຍໄດ້ແບບພື້ນຖານຢ່າງຄົງທີ່ ຍິ່ງເປັນໄປໄດ້ຍາກທີ່ຈະພັດທະນາ ແລະ ກາຍເປັນເສດຖີກ່ອນອາຍຸ 30ປີ, ດັ່ງນັ້ນ!! ລອງເປີດໃຈ ລອງຊອກຫາອາຊີບໃໝ່ໆເຊັ່ນ ທຸລະກິດດ້ານອອນລາຍ ເຊິ່ງເປັນອາຊີບທີ່ບໍ່ຈຳເປັນຕ້ອງຮຽນສູງ ຂໍພຽງມີຄວາມສາມາດກໍສາມາດຫາລາຍໄດ້ຜ່ານຊ່ອງທາງນີ້ໄດ້ແນ່ນອນ

2. ຊອກຫາຄວາມຮູ້ໃໝ່ໆ

ຕ້ອງສະແຫວງຫາຄວາມຮູ້ ແລະ ອ່ານໜັງສືໃຫ້ຫຼາຍທີ່ສຸດ ເພາະຄວາມໄດ້ປຽບເປັນຄວາມສຳຄັນຢ່າງຍິ່ງ ຫາກມີຄວາມຝັນວ່າຢາກເປັນນັກທຸລະກິດ ຫຼື ພະນັກງານທີ່ໄປໃສໃຜກໍອ້າແຂນຮັບ ແລະ ອັບເງິນເດືອນໄດ້ແບບສະບາຍໆນັ້ນ ວິທີການທີ່ຈະເຮັດໃຫ້ໄດ້ປຽບຫຼາຍທີ່ສຸດກໍຄືການມີຄວາມຮູ້ໃຫ້ຫຼາຍໆ ແລະ ຢ່າຢຸດທີ່ຈະພັດທະນາໂຕເອງ

3. ຢ່າລືມໃສ່ໃຈຄຸນພາບຂອງສິນຄ້າ

ສຳລັບຄົນທີ່ເລີ່ມເຮັດທຸລະກິດ ແລະ ມີຜະລິດຕະພັນເປັນຂອງໂຕເອງ ຢ່າຫຼົງໄປໃສ່ໃຈວ່າຈະຫາເງິນຢ່າງດຽວ ຈະບໍ່ມື້ປະສົບຜົນສຳເລັດໄດ້ເທົ່າກັບການທີ່ເຮົາສົນໃຈເລື່ອງຂອງຄຸນນະພາບຂອງສິນຄ້າ ແລະ ດ້ານການບໍລິການ ເພາະຖ້າຫາກນຳສິນຄ້າ ແລະ ບໍລິການທີ່ມີຄຸນນະພາບອອກສູ່ຕະຫຼາດແລ້ວ ເມື່ອໄດ້ຮັບເງິນກ້ອນໃຫ່ຍມາ ເຮົາຈະຮູ້ສຶກພູມໃຈໃນຕົນເອງ

4. ພ້ອມທີ່ຈະເສຍສະຫຼະ

ຕ້ອງຮູ້ຈັກທີ່ຈະເສຍສະຫຼະແດ່ ຫາກເຮົາຫາເງິນຈຳນວນຫຼາຍໃນຊ່ວງອາຍຸເທົ່ານີ້ ອາດຈະມີເວລາໃຫ້ຄອບຄົວ ແລະ ໝູ່ເພື່ອນໜ້ອຍລົງ ນອກຈາກນີ້ຍັງຈະຕ້ອງໃຫ້ຫຼາຍໆສິ່ງໃນຊີວິດເປັນເລື່ອງຮອງລົງມາເຊັ່ນ: ເລື່ອງຄວາມສຳພັນ ເລື່ອງການສ້າງຄອບຄົວ ຫຼື ບໍ່ເວັ້ນແຕ່ເລື່ອງອອກໄປສັງສັນກັບໝູ່ເພື່ອນ ເພາະຖ້າວ່າມີເປົ້າໝາຍຢາກປະສົບຜົນສຳເລັດໃນຍຸກທີ່ຫາເງິນຍາກເຊັ່ນນີ້ ຈຳເປັນທີ່ສຸດທີ່ຈະຕ້ອງທຸ້ມເທໃຫ້ກັບວຽກເປັນອັນດັບທຳອິດ

5. ຈົ່ງເຮັດໃນສິ່ງທີ່ມັກ ແລະ ໃສ່ໃຈໃນການແກ້ໄຂບັນຫາ

ຖ້າຫາກຢາກທຸ້ມເທໃຫ້ກັບການຫາເງິນລ້ານ ຕ້ອງແນ່ໃຈກ່ອນວ່າສິ່ງທີ່ກຳລັງເຮັດນັ້ນຄືສິ່ງທີ່ຮັກ ມັນຈະບໍ່ເຮັດໃຫ້ຮູ້ສຶກວ່າກຳລັງເສຍສະຫຼະເກີນໄປ ນອກຈາກການໃຫ້ຄວາມສຳຄັນກັບທຸລະກິດທີ່ມັກແລ້ວ ຢ່າລຶມໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາຕ່າງໆ

ຢ່າໃຫ້ຂໍ້ຈຳກັດເລື່ອງຄວາມສາມາດ ເລື່ອງເພດ ມາເປັນຄຳຈຳກັດຄວາມ ມາເຮັດໃຫ້ເສຍກຳລັງໃຈ ສາມາດຫາທັກສະໃໝ່ໆ ຈາກການຮຽນຮູ້ໄດ້ສະເໝີ ແຕ່ສິ່ງທີ່ຈະຫາໄດ້ບໍ່ງ່າຍກໍຄືວຽກທີ່ມັກ ແລະ ຮັກທີ່ຈະເຮັດ ບໍ່ວ່າຈະເຮັດວຽກແບບໃດຄວນແນ່ໃຈກ່ອນວ່າເຮົາຮັກທີ່ຈະເຮັດມັນແທ້ໆ ແລ້ວຈະຮູ້ສຶກແປກໃຈວ່າສິ່ງທີ່ເຮົາຮັກທີ່ຈະເຮັດສາມາດສົ່ງເສີມໃຫ້ເຮົາພັດທະນາມາໄກໄດ້ພຽງນີ້ ແລະ ມັນກໍສາມາດພາເຮົາໄປຮອດຈຸດສູງສຸດຂອງການເປັນເສດຖີມີເງິນຫຼາຍໆລ້ານຕາມທີ່ເຄີຍໄຝ່ຝັນໄວ້ອີກດ້ວຍ.

Source : Entrepreneur

ແບ່ງປັນ