Breaking News

ມື້ນີ້ແລ້ວ! ມາຮ່ວມເປັນກຳລັງໃຈໃຫ້ນາງງາມລາວໃນເວທີ Miss Global 2019 ທີ່ປະເທດ ຟີລິບປິນ (ຮັກລາວເຊຍລາວ)

ແບ່ງປັນ

ຄົນລາວເຮົາທົ່ວປະເທດກໍໄດ້ຮູ້ກັນແລ້ວວ່າ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ໄດ້ເດີນທາງໄປຕົວແທນສາວງາມປະເທດລາວໄປປະກວດໃນເວທີລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ ແລະ ໃນວັນທີ 11 ກຸມພາ 2019 ນີ້ແລ້ວທີ່ເປັນມື້ຕັດສິນວ່າສາວງາມຈາກປະເທດໃດຈະສາມາດຄວ້າມົງກຸດອັນຊົງກຽດ Miss Global 2019 ນີ້ໄປໄດ້…

ດັ່ງນັ້ນ! ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ  ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ແຟນໆສາມາດຕິດຕາມການປະກວດໄດ້ທີ່ເພສ Miss Global Organization ຝາກເປັນກຳລັງໃຈໃຫ້ນາງງາມລາວໃນເວທີໂລກຫຼາຍໆເລີຍເດີ້ແຟນໆ…

 

#ຮັກລາວເຊຍລາວ ??????

ຮູບພາບ: FB/MeePooh Thppv

ແບ່ງປັນ