ຢາກມີສຸຂະພາບທີ່ດີບໍ່ແມ່ນເລື່ອງຍາກ ພຽງແຕ່ຕ້ອງປ່ຽນແປງພຶດຕິກຳໃນແບບເກົ່າໆທີ່ອາດຈະສົ່ງຜົນເສຍຕໍ່ສຸຂະພາບເຮົາໄປຕະຫຼອດຊີວິດ ແລະ ຍັງສົ່ງຜົນໃຫ້ເກີດພະຍາດຕ່າງໆໄດ້ງ່າຍໆ, ດັ່ງນັ້ນ! ມາປ່ຽນແປງໂຕເອງໃນທາງທີ່ດີຂຶ້ນ ເພື່ອໃຫ້ມີສຸຂະພາບທີ່ດີ ຮ່າງກາຍສົມບູນແຂງແຮງ ປາສະຈາກພະຍາດ ຫຼື ໂລກໄພໄຂ້ເຈັບຕ່າງໆກັນດີກວ່າ!!!
- ດື່ມນໍ້າໃຫ້ພຽງພໍ
ຄວນດື່ມນໍ້າມື້ລະ 2ລິດປະມານມື້ລະ 8-10ຈອກ ແຕ່ຖ້າຫາກວ່າໝູ່ເພື່ອນເປັນຄົນທີ່ເຮັດວຽກກາງແຈ້ງ ແລະ ເສຍເຫື່ອຫຼາຍ ກໍຄວນດື່ມນໍ້າເພີ່ມຂຶ້ນອີກ ເພາະນໍ້າຈະຊ່ວຍລ້າງສິ່ງເປິເປື້ອນ ແລະ ຂັບສານພິດໃຫ້ອອກໄປຈາກຮ່າງກາຍ ແລະ ຍັງຄວບຄຸມອຸນຫະພູມໃນຮ່າງກາຍໃຫ້ເປັນປົກກະຕິອີກດ້ວຍ
2. ກິນເຂົ້າເຊົ້າ
ໃນຍາມເຊົ້າເປັນຍາມທີ່ທຸກໆຄົນຟ້າວຟັ່ງ ບາງຄົນບໍ່ມັກກິນເຂົ້າເຊົ້າ ກິນພຽງແຕ່ກາເຟຈອກດຽວ ເຊິ່ງອາດເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ຈຶ່ງເຮັດໃຫ້ຮູ້ສຶກເມື່ອຍ ອ່ອນເພຍ ດັ່ງນັ້ນຈຳເປັນທີ່ສຸດທີ່ຮ່າງກາຍຈະຕ້ອງໄດ້ຮັບອາຫານເຊົ້າ ແລະ ອາຫານທີ່ຄົບ 5ໝູ່ ເພື່ອເຮັດໃຫ້ຮ່າງກາຍ ແລະ ສະໝອງໄດ້ຮັບສານອາຫານທີ່ພຽງພໍແລະມີປະສິດທິພາບໃນການເຮັດວຽກຢ່າງເຕັມທີ່
3. ກິນເຂົ້າໃຫ້ຖືກເວລາ
ຄວນກິນອາຫານໃຫ້ເປັນໂມງ ຕົງກັບເວລາ ເພາະລະບົບເຜົາຜານເຮັດວຽກໄດ້ດີທີ່ສຸດໃນຊ່ວງເຊົ້າ ຈຶ່ງຊ່ວຍໃຫ້ລະບົບຂັບຖ່າຍເປັນປົກກະຕິ ການກິນອາການບໍ່ຕົງຕໍ່ເວລາຍັງເຮັດໃຫ້ລະບົບທາງເດິນອາຫານເັຮດວຽກຜິດປົກກະຕິ ຈຶ່ງເຮັດໃຫ້ຕຸ້ຍງ່າຍ ແລະ ຍັງສ່ຽງຕໍ່ການເປັນພະຍາດກະເພາະອັກເສບອີກດ້ວຍ
4. ເພີ່ມໄຟເບີໃນອາຫານເຊົ້າໃຫ້ຫຼາຍຂຶ້ນ
ຄວນກິນຜັກ ແລະ ໝາກໄມ້ໃຫ້ຫຼາຍກວ່າການກິນເຂົ້າ ແລະ ຊີ້ນສັດ ເພາະໃນຜັກ ແລະ ໝາກໄມ້ມີໄຟເບີ ສາມາດຊ່ວຍກະຕຸ້ນລະບົບຂັບຖ່າຍໃຫ້ເຮັດວຽກຢ່າງເປັນປົກກະຕິ ແຖມຍັງຊ່ວຍຫຼຸດສາເຫດຂອງອາການທ້ອງອືດ ຊ່ວຍປ້ອງກກັນການເກີດພະຍາດລິດສິດວງທະວານໜັກ ຊ່ວຍລ້າງພິດໃນລຳໃສ້ ແລະ ຫຼຸດຄວາມສ່ຽງຈາກການເກີດພະຍາດມະເຮັງລຳໃສ້ໃຫ່ຍໄດ້ອີກດ້ວຍ
5. ຫຼຸດການປຸງແຕ່ງອາຫານ
ຄວນຫຼຸດນໍ້າຕານ ນໍ້າມັນ ນໍ້າປາ ຫຼຸດການປຸງແຕ່ງຕ່າງໆໃຫ້ໜ້ອຍລົງ ເພາະເມື່ອກິນອາຫານເຫຼົ່ານີ້ສະສົມໄປດົນໆຈະເຮັດໃຫ້ສ່ຽງຕໍ່ສຸຂະພາບ ອາດພາໃຫ້ເກີດພະຍາດໄດ້
6. ອອກກຳລັງກາຍສະໝໍ່າສະເໝີ
ບາງຄົນອາດບໍ່ມີເວລາຈະອອກກຳລັງກາຍທຸກມື້ ດັ່ງນັ້ນຄວນອອກກຳລັງກາຍຢ່າງໜ້ອຍ 3ມື້/ອາທິດ ໂດຍສະເລ່ຍເຮົາຄວນອອກກຳລັງກາຍ 20-30ນາທີຕໍ່ມື້ ຈະຊ່ວຍໃຫ້ສຸຂະພາບດີ ແລະ ຄວນອອກເປັນປະຈຳສະໝໍ່າສະເໝີເພື່ອຮ່າງກາຍຈະມີພູມຕ້ານທານຕໍ່ພະຍາດໄດ້
7. ຕື່ນເຊົ້າ
ການຕື່ນເຊົ້າໃນທຸກໆມື້ຈະເຮັດໃຫ້ຮ່າງກາຍສົດຊື່ນ ກວ່າການນອນເດິກຕື່ນສວຍ ເຖິງແມ່ນວ່າຈະນອນທົດແທນໃນຊົ່ວໂມງເທົ່າກັນ, ດັ່ງນັ້ນຄວນນອນໃຫ້ເປັນເວລາເພື່ອສ້າງວິໄນໃຫ້ກັບຕົວເອງ ເພາະມີການວິໄຈອອກມາແລ້ວວ່າການຕື່ນເຊົ້າຈະຊ່ວຍໃຫ້ສະໝອງໂປ່ງໃສ ແລະ ມີປະສິດທີພາບໃນການຮຽນ ແລະ ການເຮັດວຽກໄດ້ດີກວ່າຄົນທີ່ນອນເດິກຕື່ນສວາຍ.
ທີ່ມາ: Health Mthai Team
ຮູບພາບ: Google