Breaking News

ແຊຣໄປໃຫ້ໂລກຮູ້! ໝີພູ ຄວ້າລາງວັນ…ໃນເວທີ Miss Global ທີ່ປະເທດ ຟີລິບປິນ ມາຝາກຄົນລາວ (ຂໍສະແດງຄວາມຍິນດີ)

ແບ່ງປັນ

ເປັນຂ່າວດີສຸດໆໃນເວລານີ້ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ໄດ້ເດີນທາງໄປເປັນສາວງາມຕົວແທນປະເທດລາວໃນເວທີການປະກວດສາວງາມລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ  ເຊິ່ງໄດ້ມີຮອບຕັດສິນໄປແບບສົດໆຮ້ອນໆໃນວັນທີ 11 ກຸມພາ 2019 ທີ່ຜ່ານມາ ແລະ ນາງງາມຕົວແທນປະເທດລາວຄົນນີ້ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ Miss Fashion ຈາກເວທີ Miss Global  ມາໄດ້ຢ່າງໜ້າຊື່ນຊົມ (ຂໍສະແດງຄວາມຍິນດີນຳຫຼາຍໆ)

ສຳລັບລາງວັນ Miss Global  ໃນປີນີ້ສາວງາມທີ່ຄວ້າລາງວັນໄປໄດ້ແມ່ນ Sophia Ng Miss Global Hong Kong (ຂໍສະແດງຄວາມຍິນດີ)

ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)

 

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: Miss Global Laos

ແບ່ງປັນ