Breaking News

ແຟນໆລໍຖ້າເບິ່ງ! ລູກນໍ້າ ທິດາລັດ ສະແດງຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ຈາກທີມຜູ້ສ້າງຄົນລາວ

ແບ່ງປັນ

ວ້າວ ວ້າວ ວ້າວວວ! ເຫັນແລ້ວກໍອົດທີ່ຈະເກັບບອກມາເລົ່າຂ່າວສານກ່ຽວກັບຮູບເງົາລາວເຮົາບໍ່ໄດ້ ຫຼ້າສຸດມາອັບເດດຜົນງານຂອງ ລູກນໍ້າ ທິດາລັດ ວົງສິລິ ທີ່ກ່ອນໜ້ານີ້ນາງໄດ້ມີຜົນງານຮ່ວມສະແດງບໍ່ວ່າຈະເປັນລະຄອນ ຫຼື ຮູບເງົາຮ່ວມກັບປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ ບໍ່ພຽງແຕ່ນາງຈະມີຜົນງານກັບປະເທດເພື່ອນບ້ານເທົ່ານັ້ນ ແຕ່ນາງມາກັບຜົນງານໃໝ່ເພື່ອມາຝາກໃຫ້ແຟນໆໄດ້ຕິດຕາມ ເປັນຜົນງານການສະແດງຮູບເງົາລາວເລື່່ອງ ໄຂ່ຂວັນ (Expiration Date) ຮູບເງົາທີ່ມີທີມຜູ້ສ້າງເປັນຄົນລາວ.

ສຳລັບ ຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ເປັນຮູບເງົາທີ່ມີນັກສະແດງ ແລະ ທີມຜູ້ສ້າງເປັນຄົນລາວ ແລະ ຖ່າຍທຳໃນຫຼາຍແຂວງຂອງປະເທດລາວເຮົາ ເອີ້ນໄດ້ວ່າເປັນຮູບເງົາທີ່ໜ້າຕິດຕາມ ແລະ ສະໜັບສະໜູນກັນສຸດໆ, ເຊິ່ງຮູບເງົາເລື່ອງ “ໄຂ່ຂວັນ” ເປັນອີກເລື່ອງໜຶ່ງທີ່ມີກະແສແຟນໆຕິດຕາມ ແລະ ໃຫ້ຄວາມສົນໃຈ ແລະ ກຳລັງກຽມເຂົ້າສາຍໄວໆນີ້…

ເອົາເປັນວ່າແຟນໆອົດໃຈລໍກັນໄປກ່ອນ…, ສັນຍາເລີຍວ່າຈະມາອັບເດດຜົນງານທີ່ສາວ ລູກນໍ້າ ທິດາລັດ ໄດ້ຮ່ວມສະແດງຮູບເງົາລາວເລື່ອງດັ່ງກ່າວມາອັບເດດໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ, ຢ່າງໃດຄົນລາວເຮົາຢ່າລືມສະໜັບສະໜູນຜົນງານຄົນລາວນຳກັນເດີ້ແຟນໆ.

(ຂໍຂອບໃຈສຳລັບຮູບພາບ)

Story: ຊະນີIndy

ແບ່ງປັນ