Breaking News

ຫ້າມພາດ! “Feb Festival 2019” ງານເທສະການດົນຕຣີທີ່ Chill ທີ່ສຸດໃນປະເທດລາວ

ແບ່ງປັນ

ຂໍຕ້ອນຮັບວັນແຫ່ງຄວາມຮັກ (Happy Valentine’s Day) ກັບຂ່າວສານດີໆທີ່ຈະນຳມາບອກເລົ່າສູ່ແຟນໆໃຫ້ໄດ້ຮັບຊາບກັນອີກແລ້ວ ກ່ອນອື່ນຕ້ອງຂໍຖາມວ່າໃນນີ້ມີໃຜເປັນສາຍຊິວ ສາຍຮັກດົນຕຣີ ສາຍແຟຊັ່ນ ສາຍຖ່າຍຮູບ ຫຼື ສາຍຮັກທຳມະຊາດກັນແດ່? ມາ…ມາໆມາລວມກັນໃນໂພສນີ້ເລີຍໄວໆ ຫຼ້າສຸດມີງານ “Feb Festival 2019” ຈະຈັດຂຶ້ນໃນວັນທີ 16 ກຸມພາ 2019 ທີ່ ສັງທອງ ງານນີ້ບອກກ່ອນເລີຍວ່າຈັດຂຶ້ນເອົາໃຈແຟນໆແທ້ໆ…

ໃນເວລານີ້ Feb Festival 2  ມີການກະກຽມງານລໍຖ້າຮັບຕ້ອນແຟນໆ ໄດ້ມີການປະດັບປະດາ ຕົບແຕ່ງໃຫ້ເຂົ້າກັບບັນຍາກາດທ່າມກາງທຳມະຊາດ ມີຄວາມພ້ອມເກີນລ້ານເປີເຊັນແລ້ວໃນເວລານີ້…

ພ້ອມນັ້ນຍັງມີກອງທັບນັກຮ້ອງສິລະປິນໃນດວງໃຈທັງພາຍໃນ ແລະ ຕ່າງປະເທດຫຼາກຫຼາຍວົງເຊັ່ນ: ວົງ Mild, CD the Rapper , Jojo Miracle , ວົງ Go Dunk , Temple Guys , Blackeyes, The Warp , Namfon , SackCells , LamaiHunsa , Asia7 , Lao Jazzanova ແລະ ນອກຈາກນັ້ນຍັງມີກຸ່ມDJ : JBA Project, Tookta Boy , Dodo Jame , DJ ໂອກ  ມາຂຶ້ນເວທີໂຊພະລັງສຽງ ໂຊພະລັງດົນຕຣີໃຫ້ແຟນໆໄດ້ອິນ ໄດ້ເຕັມອິ່ມກັນແບບລືມບໍ່ລົງກັນແນ່ນອນ…

ດັ່ງນັ້ນ!!! ຫ້າມພາດງານເທສະການດົນຕຣີ  “Feb Festival 2019” ງານທີ່ Chill ທີ່ສຸດໃນປະເທດລາວ ໃນຄັ້ງນີ້ບໍ່ໄດ້ເລີຍເດີ້ແຟນໆ ແລ້ວພົບກັນວັນເສົາ ວັນທີ 16 ກຸມພາ 2019 ສະຖານທີ່ ສັງທອງ ຫ່າງຈາກໃຈກາງເມືອງພຽງ 25 ກິໂລແມັດ.

Feb Festival 2 Official VDO

Feb Festival 2019Music & LifeStyle ????⛺️ເທດສະການດົນຕຣີ ທີ່Chillທີ່ສຸດໃນປະເທດວັນເສົາ 16/2/2019? ແຈກບັດເຂົ້າງານ 10ບັດ ລາງວັນ ພຽງແຕ່ທ່ານ ~ແທກຊື່ຫມູ່ ທີ່ຈະພາກັນໄປມ່ວນນຳກັນ~ແຄບຫນ້າຈໍແລະcomment ມາກ້ອງນີ້~ແຊວົນໆໄປ#FebFestival2ທາງໄປເມືອງສັງທອງ?ໄກ້ນະຄອນຫລວງວຽງຈັນພຽງ25Km ?ເສັ້ນທາງດີສຸດໆຈັດໂດຍ @Samart Event Organizer Co., Ltd.VDO by Level Team

Posted by Feb Festival on Tuesday, February 5, 2019

 

#ແຊຣໃຫ້ໝູ່ເຫັນໂພສນີ້ແລ້ວໄປຊິວນຳກັນ

ສາມາດຕິດຕາມລາຍລະອຽດງານໄດ້ທີ່ FB/Feb Festival

ແບ່ງປັນ