ວັນແຫ່ງຄວາມຮັກໃນປີ 2019 ຂອງເຈົ້າເປັນແນວໃດ? ສະບາຍດີ! ແຟນໆທຸກໆຄົນຫາກໍ່ຜ່ານພົ້ນວັນແຫ່ງຄວາມຮັກ (Valentine’s Day) ຜູ້ຄົນທົ່ວໂລກກໍໄດ້ອອກມາສະຫຼອງເທສະການວັນແຫ່ງຄວາມຮັກທັງມີໃນແບບສົມຫວັງ ແລະ ບໍ່ສົມຫວັງກໍ່ວ່າກັນໄປ ແຕ່ບໍ່ເປັນຫຍັງເນາະ ເພາະຄວາມຮັກງົດງາມສະເໝີ, ບໍ່ເວັ້ນແມ້ແຕ່ບັນດາຄົນບັນເທີງ ເນັດໄອດໍ້ ເຊເລັບຄົນດັງບ້ານເຮົາກໍມີໂມເມັ້ນດີໆໃນວັນແຫ່ງຄວາມຮັກໃນປີນີ້ເຊັ່ນດຽວກັນ ທັງມີຫອບດອກໄມ້ຊໍ່ໃຫ່ຍ ໂພສຮູບຄູ່ ຂຽນກາດບອກຄວາມຮູ້ສຶກ ແຖມຍັງໂພສຜ່ານໂຊຊ່ຽວໃຫ້ເຫຼົ່າແຟນຄລັບໄດ້ອັບເດດກັນລົວໆ ໂອ້ຍ!!! ເຫັນແລ້ວກໍ່ມີຄວາມສຸກໄປນຳ ລອງມາເບິ່ງກັນວ່າໃນວັນແຫ່ງຄວາມຮັກນີ້ຈະມີຄົນດັງຄົນໃດແດ່ທີ່ມີໂມເມັ້ນດີໆໃນຊ່ວງວາເລັນທາຍ…
ລູກນໍ້າ ທິດາລັດ ວົງສິລິ (ນັກສະແດງ/ນາງແບບ)
ຈີຈີ້ ພອຍໄພລິນ ສີວິໄລ (ເນັດໄອດໍ້)
ນູ່ນີ່ ກຸມພົນພັກດີ (ເນັດໄອດໍ້)
ຫຼິງຫຼິງ ປິຍະດາ ອິນທະວົງ (ນັກສະແດງ/ນາງແບບ)
ອະເລັກສັນ (ນັກຮ້ອງ/ພິທີກອນ)
ປູເປ້ ລາສະບຸດ (ພິທີກອນ/ນາງແບບ)
ມຸກ ວົງໄຊສະຫວາດ (Miss Supranational Laos 2017)
ເຈ້ຍ ປາຊິຟິກ (ຜູ້ກຳກັບ/ນັກສະແດງ)
ສຸດາ ວັນທອງທິບ (ເນັດໄອດໍ້/ນັກສະແດງ)
ຕ໋ອດ ລີນ້າ (ນັກຮ້ອງ/ນາງແບບ/ນັກສະແດງ)
ເຈນນີ່ ຕົ້ນຄຳ ພົນຈັນເຮືອງ (Miss World Laos 2017)
ອະແຫ້ມ…ເບິ່ງແລ້ວເພີ່ນຕາ ຂໍເກັບມາຝາກແຟນໆເທົ່ານີ້ກ່ອນ ເອົາເປັນວ່າເຫັນຄົນຮັກກັນ ເຮັດສິ່ງດີໆໃຫ້ແກ່ກັນ ສົມຫວັງໃນຄວາມຮັກກໍດີໃຈນຳຫຼາຍໆ ສ່ວນຄົນທີ່ຍັງບໍ່ພົບກັບຄວາມຮັກກໍບໍ່ຕ້ອງນ້ອຍໃຈໃນໂຊກຊະຕາໄປເດີ້ ເພາະຄວາມຮັກລ້ວນມີຫຼາຍຮູບແບບ ຂຶ້ນຢູ່ກັບວ່າທຸກຄົນຈະໄດ້ພົບເຈິໃນຮູບແບບໃດເທົ່ານັ້ນ ຂໍໃຫ້ທຸກຄົນມີທາງເລືອກທີ່ດີໃນຄວາມຮັກ ສຸກສົມຫວັງ ເພາະຄວາມຮັກເປັນສິ່ງທີ່ງົດງາມສະເໝີ!!!
(ຂໍຂອບໃຂຮູບພາບຈາກເຫຼົ່າຄົນບັນເທີງ)
Story: ຊະນີIndy