Breaking News

ໂຊຫວານອີກແລ້ວ! ບອກເລີຍງານນີ້ ແອັບເປີ້ນ-ຟຣຸກ ມີຄວາມລະມຸນລະດັບ…???

ແບ່ງປັນ

ກິ່ນຄວາມຮັກຍັງບໍ່ຈາງຫາຍ ຍັງຢູ່ໃນບັນຍາກາດ ວັນແຫ່ງຄວາມຮັກ (Valentine’s Day)  ແນ່ນອນວ່າບໍ່ເວົ້າເຖິງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກໄອດໍ້ ສາວລາວ-ບ່າວໄທ ຄູ່ນີ້ຄົງຈະບໍ່ໄດ້ເລີຍ ເພາະໃນຊ່ວງວັນແຫ່ງຄວາມຮັກທີ່ຜ່ານມາ ທັງສອງກໍຍັງຄົງເປັນອີກຄູ່ທີ່ມີຄວາມຫວານສະເໝີຕົ້ນສະເໝີປາຍ ແຖມໂພສຮູບຫວານໆ ແຄັບຊັ່ນຊວນໃຫ້ເບິ່ງແລ້ວຍິ້ມ ມາໃຫ້ບັນດາແຟນໆໄດ້ອັບເດດກັນເຊັ່ນເຄີຍ…

ເຫັນແລ້ວກໍໜ້າຮັກຫຼາຍໆສຳລັບຄູ່ຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ບອກເລີຍງານນີ້ທັງສອງມີຄວາມລະມຸນລະດັບ 10  ໄປເລີຍ ຫວານ…ໄດ້ໃຈແຟນໆແທ້ໆ.

ຢ່າງໃດກໍຂໍໃຫ້ທັງສອງຮັກກັນ ແລະ ມີພາບໜ້າຮັກໆແບບນີ້ມາຝາກແຟນໆກັນເລື້ອຍໆເລີຍໂລດເດີ້ ເບິ່ງແລ້ວກໍມີຄວາມສຸກໄປນຳວ່າບໍ່ແຟນໆ…!!!

ຮູບພາບ: FB/Appleminiberry

Story: ຊະນີIndy

ແບ່ງປັນ