Breaking News

ສ່ອງ! ພັດທະນາການຄວາມງາມຂອງ ລູກນໍ້າ ທິດາລັດ ມາໄກຊໍ່າໃດ…ມາເບິ່ງ!!!

ແບ່ງປັນ

ຖ້າຈະເວົ້າເຖິງ ລູກນໍ້າ ທິດາລັດ ວົງສິລິ ນາງສາວລາວປີ 2011 (MISS LAOS) ຄົນນີ້ກໍຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກນາງ ເພາະຫຼັງຈາກທີ່ໄດ້ຕຳແໜ່ງມາແລ້ວນາງກໍຖືວ່າກ້າວເຂົ້າສູ່ວົງການບັນເທິງຢ່າງເຕັມຕົວ ຜົນງານຂອງນາງກໍມີໃຫ້ເຫັນຢ່າງຫຼວງຫຼາຍທັງເດີນແບບ ສະແດງເອັມວີ ເປັນພີເຊັນເຕີ້ສິນຄ້າແບຼນດັງ ຜົນງານທາງດ້ານການສະແດງບໍ່ວ່າຈະເປັນຮູບເງົາ ແລະ ລະຄອນ ມີໃຫ້ເຫັນທັງໃນ ແລະ ນອກປະເທດ…

ແຕ່ທີ່ເຮົາຈະເວົ້າເຖິງນາງໃນມື້ນີ້ກໍຄືພັດທະນາການຄວາມງາມຂອງນາງທີ່ນັບມື້ງາມຂຶ້ນ ຈົນເຮັດໃຫ້ຂາເມົ້າມີຄວາມສົງໃສວ່າສາວລູກນໍ້າຄົນງາມໄປກິນຫຍັງ ຫຼື ໄປເຮັດຫຍັງມານໍ…ຈຶ່ງໄດ້ງາມຂຶ້ນທຸກມື້ແບບນີ້ເພາະທຽບໃສ່ຮູບພາບເກົ່າໆທີ່ນາງໄດ້ໂພສໄວ້ໃນອິນສະຕາແກຼມຂອງນາງ ຖືວ່າແຕກຕ່າງກັນຫຼາຍ ປ່ຽນໄປເປັນຄົນລະຄົນຈົນຈະບໍ່ຈື່ກັນເລີຍ ຫຼືວ່າອາດຈະເປັນທີ່ນາງໃຫ່ຍຂຶ້ນເປັນສາວຂຶ້ນ ຈົນເຮັດໃຫ້ຮູບໜ້ານາງປ່ຽນ???

ມາເບິ່ງຮູບພາບເກົ່າໆຂອງ ລູກນໍ້າ ທິດາລັດ ວົງສິລິ

 

ຮູບພາບປັດຈຸບັນຂອງ ລູກນ້ຳ ທິດາລັດ ວົງສິລິ

ເປັນແນວໃດແດ່ ໄດ້ເບິ່ງຮູບພາບຈາກ ອະດີດ ຈົນເຖິງ ປັດຈຸບັນຂອງ ລູກນໍ້າ ທິດາລັດ ວົງສິລິ ແລ້ວ, ຖືວ່າມີພັດທະນາການຄວາມງາມມາໄດ້ໄກ ງົດງາມຫຼາຍໆ!!!

ຮູບພາບຈາກ: Louknum Vongsili

ແບ່ງປັນ