Breaking News

ດ່ວນໆໆໆ! ປະເທດລາວມີມົນລະພິດປົກຄຸມເປັນອັນຕະລາຍຕໍ່ສຸຂະພາບ (ແຊຣບອກຕໍ່ໆກັນ)

ແບ່ງປັນ

 

ທ່ານສັງເກດເຫັນທ້ອງຟ້າທີ່ມືດຄຶ້ມນັ້ນບໍ່?

 ແຊຣບອກຕໍ່ໆກັນແດ່ເດີ້ພໍ່ແມ່ພີ່ນ້ອງຊາວລາວ ຫຼ້າສຸດມີການວັດແທກມົນລະພິດ ເປີດເຜີຍຈາກເພສ GREENER LAOS ວ່າປັດຈຸບັນ ປະເທດລາວ ມີມົນລະພິດປົກຄຸມ ທີ່ອາດເປັນອັນຕະລາຍຕໍ່ສຸຂະພາບ.

ຮູບພາບ: ການວັດແທກມົນລະພິດໃນວັນທີ 13/3/2019 ເວລາ 10ໂມງເຊົ້າ ຄ່າສະເລ່ຍທີ່ PM  2.5 ເຊິ່ງເປັນຝຸ່ນລະອອງຂະໜາດນ້ອຍ ບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແຕ່ເມື່ອມາແຜ່ລວມກັນຈະກິນພື້ນທີ່ເປັນວົງກ້ວາງ ແລະ ອາດເປັນອັນຕະລາຍຕໍ່ສຸຂະພາບໄດ້.

ດັ່ງນັ້ນ! ກ່ອນຈະອອກນອກບ້ານ ຂໍໃຫ້ພໍ່ແມ່ພີ່ນ້ອງທຸກໆຄົນຈົ່ງປ້ອງກັນດ້ວຍການໃສ່ໜ້າກາກອານາໄມ ( Mask ) ປ້ອງກັນຝຸ່ນທີ່ອາດເປັນອັນຕະລາຍຕໍ່ທ່ານໄດ້.

ທີ່ມາ: GREENER LAOS 

ແບ່ງປັນ