Breaking News

ສາວປະເພດສອງລາວໂພສເປີດໃຈ ຫຼັງຈາກທີ່ເຮັດໃຫ້ຄົນລາວຜິດຫວັງ ບອກເຮັດດີທີ່ສຸດແລ້ວ!!!

ແບ່ງປັນ

ຜ່ານພົ້ນກັນໄປເປັນທີ່ຮຽບຮ້ອຍ ສຳລັບການປະກວດ Miss International Queen 2019  ຈັດຂຶ້ນໃນວັນທີ 8 ມີນາ 2019 ທີ່ຜ່ານມາ ທີ່ປະເທດໄທ ເຊິ່ງສາວງາມຕົວແທນສາວປະເພດສອງຈາກລາວເຮົາກໍຄື ກັນລະຍານີ ໂພທິມາດ (ປໍ້)  Miss Queen Laos 2019 ຫຼັງຈາກທີ່ປະກວດໃນເວທີດັ່ງກ່າວແລ້ວນາງກໍໄດ້ໂພສເປີດໃຈກ່ຽວກັບການປະກວດໃນເທື່ອນີ້ວ່າ…

ພໍແຕ່ໂພສດັ່ງກ່າວໄດ້ເຜີຍແຜ່ໄປເຮັດໃຫ້ມີແຟນໆເຂົ້າມາໃຫ້ກຳລັງໃຈ ແລະ ເຂົ້າມາຊື່ນຊົມຄວາມກ້າຫານຂອງ ປໍ້ ຕະການ ກັນຢ່າງຫຼວງຫຼາຍ.

ຢ່າງໃດກໍຂໍຊົມເຊີຍສາວປະເພດສອງຕົວແທນປະເທດລາວ ທີ່ໄປເຮັດໜ້າທີ່ເປັນຕົວແທນໃນເວທີສາກົນ ແລະ ເຖິງແມ່ນວ່າໃນຄັ້ງນີ້ ປໍ້ ຕະການ ຈະບໍ່ສາມາດຄວ້າລາງວັນໃດໆມາຝາກຄົນລາວໄດ້ ແຕ່ຍັງດີທີ່ນາງຍັງມີຄວາມກ້າຫານ ກ້າສະແດງອອກ ນຳເອົາວັດທະນະທຳ ແລະ ເອກະລັກລາວໄປເຜີຍແຜ່ໃນເວທີໂລກ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)

ຮູບພາບ: Por Takarn

ແບ່ງປັນ