ຍັງເປັນກະແສຮ້ອນແຮງ ສຳລັບເລື່ອງລາວທີ່ແຟນໆຍັງໃຫ້ຄວາມສົນໃຈ ກ່ຽວກັບ ລູກນໍ້າ ທິດາລັດ ວົງສິລິ, ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ແຕ່ເລື່ອງຍັງບໍ່ຈົບແຕ່ພຽງເທົ່ານັ້ນ ເພາະຫຼ້າສຸດ ແພັດ ນະປະພາ (ພິທີກອນ/ນັກສະແດງປະເທດເພື່ອນບ້ານ) ໄດ້ອອກມາເວົ້າເຖິງເລື່ອງລາວຂອງທັງ 3 ຄົນ ຜ່ານລາຍການ “ຕົກມັນບັນເທີງ” ແບບນີ້…
“ຄົນທີ່ຄົບຊ້ອນ ຢາກໃຫ້ອອກມາຍອມຮັບແບບແມນໆເລີຍ ເພາະຖ້າເວົ້າແບບເຄິ່ງໆກາງໆ ຄົນທີ່ຢາກແສເຂົາຄັນມືຢູ່ແລ້ວ ເລື່ອງຄວາມຮັກ ກໍຄືໝົດຮັກກັນແລ້ວ ຄົນທີ່ສອງ ຢ່າໄປຫາວ່າໃຜຖືກໃຜຜິດ ບໍ່ຕ້ອງໄປດ່າກັນໄປມາຜ່ານໂຊຊ່ຽວ ເຈັບແປັບດຽວກໍເຊົາ ດີກວ່າຍື້ກັນໄປມາແບບນີ້” ແພັດກ່າວ…
(ມີຄລິບລາຍການ)
ເບິ່ງທ່າວ່າເລື່ອງລາວວຸ້ນໆໃນເທື່ອນີ້ຍັງບໍ່ຈົບລົງງ່າຍໆ, ເອົາເປັນວ່າກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍໃຫ້ຜ່ານເລື່ອງລາວໃນເທື່ອນີ້ໄປໄດ້ໄວໆ ແລະ ກໍຂໍຝາກໃຫ້ແຟນໆເສບຂ່າວຢ່າງມີສະຕິກັນແດ່ເດີ້ແຟນໆ!!!
(ຂໍຂອບໃຈຄລິບ)