Breaking News

ນາງຟ້າສາຍປັ່ນ! ນັກສະແດງຈາກໄທ ຄວ້າລາງວັນ…ໃນການປັ່ນລົດຖີບ “BIKE FOR HER 2019” ໃນປະເທດລາວ 

ແບ່ງປັນ

ແຟນໆຫຼາຍທ່ານທີ່ໄດ້ໄປຮ່ວມໃນງານ ປັ່ນລົດຖີບເພື່ອການກຸສົນ  “Bike for her 2019” ໃນວັນທີ 10 ມີນາ 2019 ທີ່ຜ່ານມາ ແລະ ທັງຍັງແຟນໆທາງບ້ານ ຕ່າງກໍສົງໃສ ແລະ ງົງວ່າ ສາວຄົນງາມນັກປັ່ນລົດຖີບທີ່ມາຄວ້າຮອງລາງວັນຊະນະເລີດ ໃນການແຂ່ງຂັນລົດຖີບ “Bike for her 2019” ນັ້ນແມ່ນໃຜ?

ໃນເມື່ອແຟນໆຖາມມາແບບນີ້ທາງ ຂວັນໃຈ ເຮົາກໍຈັດໃຫ້ ແລະ ໄດ້ໄປຊອກຊ໋ອກແຊກ ສືບຫາມາແລ້ວວ່າ ສາວນັກປັ່ນຄົນນີ້ຊື່ ລັດຕະນະພອນ ກິ່ນກຸຫຼາບຫິລັນ (ມິ້ມ) ເປັນນັກສະແດງຊື່ດັງຂອງປະເທດໄທນັ້ນເອງ…

ເຊິ່ງສາວ ມິ້ມ ຄົນນີ້ໄດ້ເດີນທາງມາພ້ອມກັບ ລຸ້ນເອື້ອຍຂອງເພິ່ນນາມວ່າ ຊະເອມ ວັນນະຊາ  ເຊິ່ງງານນີ້ພວກເຂົາມາແບບແພັກຄູ່ ແລະ ຍັງຄວ້າລາງວັນກັບປະເທດໄປທັງສອງສາວ ມິ້ມ ລາງວັນຮອງອັນດັບ 1 ແລະ ຊະເອມ ລາງວັນຮອງອັນດັບ 2 ໃນສາຍ  Road Bike  ໄລຍະທາງ 85 ກິໂລແມັດ.

ສຳລັບ ລັດຕະນະພອນ ກິ່ນກຸຫຼາບຫິລັນ (ມິ້ມ)  ເປັນອະດີດນາງງາມເດີນສາຍ ເອີ້ນໄດ້ວ່າປະກວດມາຫຼາຍເວທີ ແລະ ຍັງເປັນນັກສະແດງໃນລະຄອນສຸດຮິດເລື່ອງ ສົງຄາມນາງງາມ ພາກ1 ແລະ ພາກ2, ສິ້ນລາຍຫົງ, ຊາຍຍ້ອມສີ, ພໍ່ປາໄຫຼ, ເງົາອະໂສກ ແລະ ຍັງມີລະຄອນເລື່ອງອື່ນໆອີກຫຼາກຫຼາຍ…

ເປັນແນວໃດແດ່? ໄດ້ຮູ້ຈັກ ຫາຍສົງໃສກັນແດ່ບໍ່ ເອົາເປັນວ່າສຳລັບການເດີນທາງມາຂອງພວກນາງນັ້ນ ນອກຈາກຈຸດປະສົງທີ່ຢາກມາປັ່ນລົດຖີບໃນ ປະເທດລາວ ແລ້ວ, ຫຼັກໆເລີຍກໍແມ່ນເພື່ອມາປັ່ນລົດຖີບການກຸສົນ ເພື່ອລົນນະລົງ ພາຍໃຕ້ຊື່ໂຄງການ “Bike for her 2019” ເຊິ່ງເປັນໂຄງການທີ່ປູກຈິດສຳນຶກໃຫ້ຄົນໃນສັງຄົມ ເຫັນຄວາມສຳຄັນ ແລະຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ທັງງາມ ທັງເກັ່ງ ພ້ອມຊ່ວຍແບ່ງປັນ ແລະ ຊ່ວຍເຫຼືອສັງຄົມແບບນີ້ ເປັນແບບຢ່າງທີ່ດີຫຼາຍໆ, ໂອກາດໜ້າຢ່າລືມມາຢ້ຽມຢາມແຟນໆຊາວລາວອີກແດ່ເດີ້ ສາວ ມິ້ມ ສາວ ຊະເອມ ແຟນໆຊາວລາວຍິນດີຕ້ອນຮັບ.

( “Bike for her 2019” ໂຄງການຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ  “Stop violence against women and children” ) 

ຮູບພາບ: FB/Mim Rattanapond Klinkulabhiran , ChaAimz Wannacha

FB page/Ngram eelee ງາມອີ່ຫລີ

 

ແບ່ງປັນ