Breaking News

ກິດຈະກຳປັ່ນລົດຖີບການກຸສົນ “BIKE FOR HER 2019”  ເພື່ອຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ແບ່ງປັນ

ໃນຕອນເຊົ້າຂອງວັນທີ 10 ມີນາ 2019 ຢູ່ທີ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ກິດຈະກຳປັ່ນລົດຖີບເພື່ອການກຸສົນ ພາຍໃຕ້ຊື່ໂຄງການ “Bike for her 2019” ໄດ້ເລີ່ມຂຶ້ນໃນເວລາ 5 ໂມງເຊົ້າ. ເປັນກຽດຮ່ວມເປັນປະທານໃນງານໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ບົວລານ ສິລິປັນຍາ ຮອງລັດທະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານນາງ ເຈນ ຊາດເລີ (Ms. Jane Chadler) ຕົວແທນຈາກສະຖານທູດອົດສະຕຣາລີ. ແລະ ທ່ານ ນາງ ອຳພອນ ຈັນມະນີວົງ ຜູ້ຈັດການທົ່ວໄປ ວາລະສານ ຂວັນໃຈ ພ້ອມດ້ວຍນັກກິລາແຂ່ງຂັນລົດຖີບ, ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ສື່ມວນຊົນຈຳນວນ 600 ກວ່າຄົນ ທີ່ມາຮ່ວມໃນງານຄັ້ງນີ້.

ງານແຂ່ງຂັນລົດຖີບການກຸສົນ ໄບ້ຟໍເຮີ 2019 (Bike for Her 2019) ແມ່ນຈັດຂຶ້ນເປັນປີທີ 2 ໂດຍ ວາລະສານ ຂວັນໃຈ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ ແລະສະຫະພັນລົດຖີບແຫ່ງຊາດລາວ ເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມ ເຫັນຄວາມສຳຄັນ ແລະຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອ ແມ່ຍິງ ແລະ ເດັກນ້ອຍ ທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງ ຜ່ານກິດຈະກຳເຝິກອົບຮົມວິຊາຊີບ ຂອງສູນກາງສະຫະພັນແມ່ຍິງລາວ ແລະຍັງຕ້ອງການສົ່ງເສີມນັກກິລາລົດຖີບລຸ້ນໃໝ່.

  • ພາຍໃນງານມີການຈັດກິດຈະກຳປັ່ນລົດຖີບການກຸສົນເຊິ່ງແບ່ງອອກເປັນຫຼາຍສາຍການແຂ່ງຂັນດັ່ງຕໍ່ໄປນີ້:

ສໍາລັບການແຂ່ງຂັນ Bike for Her ແມ່ນມີ 2 ປະເພດ ຄື: ລຸ້ນ Road bike & Mountain bike (90Km) ແລະ ລຸ້ນ Friendly bike (13Km)

ລາຍຊື່ຜູ້ໄດ້ຮັບລາງວັນລຸ້ນຕ່າງໆ:

ລາຍຊື່ຜູ້ໄດ້ຮັບລາງວັນ Bike for Her 2019

  1. ສາຍ A: Mountain Bike
  • A1: ສະຫຼະສິດ
  • A2: 1. ບຸນຍະນຸດ ຜິວທອງ, 2. Eliszabeth Palisa, 3. ສຸກກັນຍາ ໄຂຄໍາພິທູນ (ຜູ້ມອບລາງວັນ: ທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານ ຂວັນໃຈ)
  1. ສາຍ B:
  • B1: 1. ມະມີ່ ໄຊຍະສານ. 2. Wanacha 3. Rattanaphond 4. ໄພບູນ Toukta 6. ຈົ່ງຈະເລີນ ໄພບູນ
  • B2: Khonsavanh 2. ສຸພາພອນ 3. Marita Velasco 4. ອານຸ 5. ໄກ່ຄໍາ

  1. ສາຍ C:
  • C1: 1. ທະວີສັກ. 2. Kitty Sodathum ນັດທະໄຊ ສີວໍລະວົງ. 4. ອົ້ນ 5. ຄອນສະຫວັນ 6. ອາຕີ່-007 7. ສຸພາໂຊກ 8. Rock 9. ເຈີ້ນ 10. ອາຕີ້-014 (ຜູ້ມອບລາງວັນ: ທ່ານ ຕູ່ລູ່ ປັນຍາທິບ ຜູ້ບໍລິຫານ ບໍລິສັດ ເຄແອນຊີ ກຣຸບ)
  • C2: 1. ດອນ (ຮ້ານສີສົ້ມ) 2. ຈ່ອຍ (ເສືອພູທອກ) ໃຈເພັດ4. Vane 5. Chalermchai 6. Mr. Aian 7. ໂຢງ 8. Vilasith 9. Kenta KUNIMOTO
  • C3: ມົງຄົນ 2. ຄໍາໄຕ 3. Bualom 4. Wora chod Jimtart 5. ທົດສະພອນ 6. ເພັດ 7. ຈ່ອຍ ນາຊາຍ 8. ສູດທະກອນ 9. ເປີ້ນ 10. ທັນ
  • C4: ພິສະນຸ ອ້າຍກ້າ 2. ເກັ່ງ 3. ອຶ່ງ 4. ຕວນ 5. Pasoi 6. Dr. tong 7. ອ້າຍໝອນ 8. ຂັນທອງ ວໍລະຈິດ 9. ພູເງິນ 10 009
  1. ສາຍ D:
  • D1: Alex Ariya. 2. ຖາວອນ (ແດງ) 3. ບິນລີ່ (ນ້ອຍ) 4. ອາເລັກ ແສງພະເນົາ. 5. ລໍາເງິນ ວັນນະສຸກ. 6. ແສງພະຈັນ. 7. Bas. 8. ອຸ່ນ. 9. ໝີ ຫຼວງລັດ. 10. ຈີລະພົງ.
  • D2: ຕູ່. 2. ສຸກ. 3. ປິ່ນ. 4. ຕ່າຍ. 5. Jack. 6. Be. 7. ອ້າຍທຸຍ. 8. ໂຈ້. 9. ຕີໃຫຍ່. 10. ອ້າຍຫຼ້າ
  • D3: ສຸພັນ. 2. ອານຸລັກ. 3. ອາໂພ. 4. Cedric. 5. Gary 6. ອິນທະນັນ. 7. ຕົ້ນ. 8. ສົມບຸນ. 9. ບຸນປະເສີດ. 10. ອາພິສິດ

ຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children)

ແບ່ງປັນ