Breaking News

ມັນກໍ່ຈະຫວານໆແດ່! ນູ່ນີ່-ອອຟ ຄວງຄູ່ສະຫວີດຫວານ ປັ່ນລົດຖີບໃນງານ “Bike For Her2019” 

ແບ່ງປັນ

ມັນກໍ່ຈະຫວານໆແດ່…ຮິ້ວໆໆໆໆ ບໍ່ເວົ້າເຖິງຄູ່ຮັກຄູ່ນີ້ແມ່ນບໍ່ໄດ້ເລີຍ ມີພາບຫວານໆມາໃຫ້ແຟນໆໄດ້ອັບເດດກັນເລື້ອຍໆ ຫຼ້າສຸດ ນູ່ນີ່ ກຸມພົນພັກດີ ແລະ ອອຟ ລາຍພາງ ກໍຄວງຄູ່ເພື່ອມາປັ່ນລົດຖີບການກຸສົນໃນງານ “Bike For Her2019” ເພື່ອຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children).

(ມີພາບໜ້າຮັກໆ ຫວານໆຂອງທັງສອງມາຝາກ…)

ສຳລັບ “Bike For Her2019”  ນູ່ນີ່ ແລະ ອອຟ ກໍບໍ່ພາດທີ່ຈະມາຮ່ວມປະກາດຈຸດຢືນ ເພື່ອຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children) ໂດຍຜ່ານກິດຈະກຳການປັ່ນລົດຖີບເພື່ອລົນນະລົງ ໃນວັນທີ 10 ມີນາ 2019 ທີ່ຜ່ານມາ…

ຖືເປັນແບບຢ່າງທີ່ດີຫຼາຍ ເພາະໃຊ້ຊື່ສຽງທີ່ມີໃນທາງທີ່ດີ ແລະ ເປັນແບບຢ່າງໃຫ້ແກ່ທຸກໆຄົນໃນສັງຄົມ ແລະ ເປັນການປູກຈິດສຳນຶກ ເພື່ອບໍ່ໃຫ້ມີການກະທຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ເປັນເພດແມ່ອີກດ້ວຍ.

ຮ່ວມຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (Stop violence against women and children)

ຮູບພາບ: fb/Noony Koumphonphakdee.Yingyot Aoflaiprang Kanjananiyom

FB page/ Bike For Her

ແບ່ງປັນ