Breaking News

ຊາວເນັດຖະຫຼົ່ມ IG ລູກນໍ້າ ທິດາລັດ ຫຼັງມີຂ່າວ ຕູມຕາມ ແລະ ຫຍິງຫຍິງ ເລີກລາກັນ!!!

ແບ່ງປັນ

ເປັນກະແສດຣ່າມ່າ Talk of the town ກັນຂ້າມປະເທດ ກັບຂ່າວເລື່ອງມືທີ 3 ຂອງຄູ່ຮັກ ຕູມຕາມ ຍຸດທະນາ ແລະ ຫຍິງຫຍິງ ສະລຸຊາ ທີ່ຫຼ້າສຸດແຟນສາວຂອງຕູມຕາມກໍໄດ້ອອກມາສຳພາດທັງນໍ້າຕາ ບອກເລົ່າເຖິງສາເຫດທີ່ຝ່າຍຊາຍຂໍຫ່າງຕົນ ເພາະຈັບໄດ້ວ່າແອບແຊດ LINE ແລະ ໄປຮັບ-ໄປສົ່ງສາວຄົນໃໝ່…

ຈົນເຮັດໃຫ້ແຟນໆເກີດຄວາມສົງໃສ ວ່າສາວຄົນໃໝ່ຂອງ ຕູມຕາມ ແມ່ນໃຜ ແລະ ແມ່ນເລື່ອງຈິງແທ້ບໍ່ທີ່ວ່າເປັນສາເຫດໃຫ້ທັງສອງເລີກກັນ? ແຖມຍັງມີຄົນດຶງເອົາ ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວ ເຂົ້າໄປກ່ຽວຂ້ອງ ເພາະສາວລູກນໍ້າໄດ້ໄປຮ່ວມສະແດງລະຄອນເລື່ອງ “ດອກຄູນສຽງແຄນ” ກັບພະເອກຄົນດັ່ງກ່າວ  ແລະ ເຈົ້າໂຕກໍຍັງບໍ່ອອກມາຖະແຫຼງການ ຊີ້ແຈງ ຫຼື ເຄື່ອນໄຫວໃດໆ ແຕ່ກັບມີຄອມເມັ້ນຈາກຊາວເນັດກັນໄປຕ່າງໆນາໆ ຈົນເຮັດໃຫ້ໃນເວລານີ້ບໍ່ວ່າຈະເປັນ ອິນສະຕາແກຣມ ແລະ ເຟສບຸກ ຂອງ ສາວ ລູກນໍ້າ ມີແຟນໆທັງສອງປະເທດເຂົ້າໄປຄອມເມັ້ນຕອບໂຕ້ກັນໄປມາຢ່າງດຸເດືອດ.

ເອົາເປັນວ່າຂໍໃຫ້ເປັນເລື່ອງຂອງເວລາທີ່ຈະພິສູດວ່າເລື່ອງນີ້ຈະຈົບລົງໃນຮູບແບບໃດ ແລະ ຂໍໃຫ້ແຟນໆເສບຂ່າວຢ່າງມີສະຕິ, ຢ່າງໃດກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍກັນເລີຍເດີ້!!!

(ຂໍຂອບໃຈຮູບພາບ)

Story: ຊະນີIndy

(ເບິ່ງຂ່າວທີ່ກ່ຽວຂ້ອງ)

ຂ່າວຮ້ອນ! ແຟນສາວ ຕູມຕາມ ອອກມາສຳພາດທັງນໍ້າຕາ ຈັບໄດ້ແຟນແຊດ LINE ກັບນັກສະແດງສາວຈາກປະເທດລາວ!!!

ແບ່ງປັນ