Breaking News

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ ໃນລະດັບພຣີມຽມ Premium ກັບ ນິສສັນ ເອັກຊ໌ ເທຣັລ (Nissan X-Trail)

ແບ່ງປັນ

ໃຊ້ເວລາກັບຄອບຄົວຢ່າງມີຄຸນຄ່າ, ໃນລະດັບພຣີມຽມPremium1)

ຮູບລັກສະນະພາຍນອກທີ່ທັນສະໄໝ ນິສສັນ ເອັກຊ໌ ເທຣັລNissan X-Trail ໄດ້ຖືກນຳເຂົ້າມາຢ່າງເຕັມຮູບແບບຈາກປະເທດຍີ່ປຸ່ນ ທີ່ມີຮູບລັກທີ່ທັນສະໄໝ ດ້ວຍໄຟສະຫວ່າງຕອນກາງເວັນໃນຮູບແບບຂອງ Daytime Running Lightທີ່ເຮັດໃຫ້ລົດຂອງທ່ານສາມາດເບິ່ງເຫັນໄດ້ຊັດເຈນຫຼາຍຂຶ້ນໃນເວລາກາງເວັນ, ເວລາທີ່ມີໝອກ, ເວລາລົດຄົນອື່ນແຊງມາ ຫຼື ຄົນທີ່ຢ່າງຕາມຖະໜົນ. ນອກຈາກນີ້ຍັງມີໄຟLED ດ້ານໜ້າ, ໄຟLEDທ້າຍຄູ່ແບບເຕັມຮູບແບບ, ໄຟຕັດໝອກໜ້າຮູບສີ່ຫຼ່ຽມ ແລະ ເສົາອາກາດຮູບຊົງຫູສະຫຼາມ.

2)ຫ້ອງໂດຍສານທີ່ກວ້າງ ແລະ ສະດວກສະບາຍ

ທ້າຍປະຕູລົດເປີດໃຊ້ງານດ້ວຍການຈັບເຊັນເຊີຈາກຕີນ ພຽງແຕ່ທ່ານແກ່ວງຕີນທາງດ້ານລຸ່ມຂອງກັ້ນຊົນ ປະຕູທ້າຍລົດກໍ່ຈະເປີດ. ນີ້ຄືຄວາມສະດວກທີ່ເຮັດໃຫ້ທ່ານເປີດທ້າຍລົດໄດ້ງ່າຍຂື້ນໂດຍສະເພາະເວລາທີ່ທ່ານກຳລັງຖືເຄື່ອງຢູ່ໃນມື.

ສໍາລັບຄອບຄົວໃຫຍ່,ນິສສັນ ເອັກຊ໌ ເທຣັລໄດ້ອອກແບບລະບົບບ່ອນນັ່ງທີ່ສາມາດປັບປ່ຽນໄດ້ຫຼາຍຮູບແບບດ້ວຍລະບົບ EZ Flex Seating System™ (5+2ທີ່ນັ່ງ)ທີ່ເປັນນະວັດຕະກຳຂອງນິສສັນ ເອັກຊ໌ ເທຣັລຊຶ່ງຊ່ວຍໃຫ້ທ່ານເລື່ອນເບາະຫຼັງໄປຂ້າງໜ້າຫຼືຖອຍຫຼັງ ປະຕູດ້ານຫຼັງສາມາດເປີດກວ້າງໃນລະດັບ 77 ອົງສາ ຊຶ່ງເຮັດໃຫ້ທ່ານເຂົ້າອອກຫ້ອງຜູ່ໂດຍສານໄດ້ງ່າຍຂຶ້ນ. ດ້ວຍເນື້ອທີ່ນັ່ງທີ່ເພີ່ມຫຼາຍຂຶ້ນເຮັດໃຫ້ທ່ານພັບທີ່ນັ່ງນະວັດຕະກຳໄດ້ຢ່າງງ່າຍດາຍ ແລະ ຮອງຮັບພື້ນທີ່ເກັບຂອງໄດ້ສູງສຸດ 1,520 ລິດເຕີ

3)ການຕົບແຕ່ງພາຍໃນທີ່ສວຍງາມ

ດ້ວຍຕົວຊ່ວຍໃນການຂັບຂີ່ດ້ວຍລະບົບAdvanced Drive-Assist™Displayຂອງ ນິສສັນ Nissan ໃຫ້ທ່ານເລືອກເມນູການຂັບຂີ່ໄດ້ເຖິງ 7 ເມນູ ແລະສາມາດຄວບຄຸມພວງມະໄລໃນຮູບແບບຕົວ D ແລະ ພວງມະໄລແບບຍືດ. ດ້ວຍເບາະທີ່ນັ່ງທີ່ບໍ່ມີແຮງໂນ້ມຖ່ວງທີ່ໄດ້ຮັບແຮງບັນດ້ານໃຈຈາກນັກບິນອາວາກາດເຊິ່ງຊ່ວຍລົດຄວາມເມື່ອຍລ້າຂອງຜູ້ຂັບຂີ່ເວລາທີ່ຕ້ອງການຂັບລົດໃນໄລຍະທາງໄກ ແລະ ລະບົບຄວບຄຸມອາກາດແບບດູໂອລ໌ ໂຊນ ໄຄລ໌ເມຕິກ ຄອນໂທລ໌Dual Zone Climatic Controlແລະ ຊ່ອງລະບາຍອາກາດພາຍໃນຫ້ອງຜູ່ໂດຍສານ ເຮັດໃຫ້ຜູ່ໂດຍສານໄດ້ຮັບຄວາມສະດວກສະບາຍຕະຫຼອດໄລຍະການເດີນທາງ.

4) ການຂັບເຄື່ອນທີ່ມີຊົງພະລັງແລະ ງ່າຍຕໍ່ການຂັບຂີ່

Sport Utility Vehicle (SUV)ຂັບເຄື່ອນດ້ວຍເຄື່ອງຍົນແອດຊັງ20ລິດທີ່ໃຫ້້ກຳລັງສູງສຸດ106kwທີ່6,000rpmຮອບຕໍ່ຫນ້າທີ່ແລະແຮງບິດສູງສຸດ200Nm ທີ່4,400rpmຮອບຕໍ່ນາທີ່ເຊິ່ງມາພ້ອມກັບຖັງນໍ້າມັນຂະໜາດ60 ລິດເພື່ອສະໜອງການຂັບລົດທີ່ສຸດຍອດ.ປຸ່ມສົ່ງສັນຍານເອັກຊ໌ໂທຣນິກXTRONICຂອງ ເອັກຊ໌ເທັຣລ໌ X-Trailແລະປຸ່ມອີໂຄໂໝດECO modeສະຫນອງການສົ່ງພະລັງງານຕ່ໍາທີ່ລາບລື່ນຕໍ່ການຂັບຂີ່. ສໍາລັບການເລັ່ງຄວາມໄວທີ່ສູງຂຶ້ນ ທ່ານສາມາດນຳໃຊ້ໂໝດແມນນູໂອລ໌Manual (+ / -) Modeເພື່ອຄວາມໄວ ແລະ ຄວາມນ່າຕື່ນເຕັ້ນ.

5) ການຂັບເຄື່ອນແບບອັດສະລິຍະຂອງນິສສັນNissanIntelligent Mobility·       

ກ້ອງອັດສະລິຍະທີ່ຊ່ວຍໃນການເບິ່ງເຫັນຮອບທິດທາງ Intelligent Around View Monitor (‘i-AVM’): ເປັນເທັກໂນໂລຍີທີ່ໃຊ້ກ້ອງສີ່ຕົວເພື່ອໃຫ້ຜູ້ຂັບຂີ່ເບິ່ງເຫັນຮອບທິດທາງ360oຈາກດ້ານເທິງຂອງລົດທີ່ຊ່ວຍໃຫ້ທ່ານຈອດລົດໄດ້ງ່າຍຂຶ້ນຫຼື ລົບຫຼີກຂຸມເທີງເສັ້ນທາງທີ່ຍາກຕໍ່ການຂັບຂີ່.

  • ລະບົບເຕືອນຈຸດບອດທີ່ເບິ່ງບໍ່ເຫັນBlind Spot Warning (BSW):ເປັນລະບົບກວດຈັບສັນຍານລົດຍົນຂອງຜູ່ຂັບຂີ່ຄົນອື່ນໆໃນຈຸດບອດ (ຊ້າຍແລະຂວາ) ແລະໃຫ້ສັນຍານເຕືອນຜ່ານໄຟສະແດງສະຖານະຂອງລົດທີ່ກະພິບຢູ່ເທິງປະຕູພ້ອມສຽງກະດິ່ງ

  • ລະບົບເລດາທີ່ຊ່ວຍເຕືອນເມື່ອມີລົດແລ່ນຜ່ານ Cross Traffic Alert (CTA): ເມື່ອທ່ານຖອຍລົດອອກຈາກທີ່ຈອດລົດລະບົົບເລດາຈະຊ່ວຍກວດຈັບສັນຍານລົດຍົນທີ່ທ່ານອາດບໍ່ເບິ່ງບໍ່ເຫັນທັງສອງຂ້າງແລະແຈ້ງເຕືອນດ້ວຍໄຟກະພິບແລະສຽງເຕືອນ

·         ຫນ້າຈໍສໍາຜັດ LCDຂະຫນາດ 8ນິ້ວພ້ອມເຄື່ອງຫຼິ້ນ DVDບໍ່ພຽງແຕ່ເປັນເຄື່ອງບັນເທີງໃນລົດຍົນສໍາຫລັບຜູ່ໂດຍສານເທົ່ານັ້ນ ຫນ້າຈໍຍັງເຮັດຫນ້າທີ່ເປັນກ້ອງເບິ່ງດ້ານຫຼັງທີ່ຊ່ວຍໃຫ້ຜູ່ຂັບຂີ່ເບິ່ງເຫັນພາບດ້ານຫຼັງໄດ້ຢ່າງຊັດເຈນຕະຫຼອດເວລາ

·         ການຄວບຄຸມການຂັບຂີ່ແບບອັດສະລິຍະ Intelligent Ride Control (IRC):ເມື່ອທ່ານຂັບຂີ່ເທິງຖະຫນົນທີ່ບໍ່ລຽບແຮງບິດຂອງເຄື່ອງຈັກຈະເພີ່ມຂຶ້ນຫຼືລົດລົງເພື່ອປັບຄວາມນຸ້ມນວນແລະຄຸນນະພາບໃນການຂັບຂີ່.

  • ການຄວບຄຸມເສັ້ນທາງແບບອັດສະລິຍະ Intelligent Trace Control (ITC):ຈະຊ່ວຍໃຫ້ທ່ານໃຊ້ແຮງເບັຣກເທົ່າທີ່ຈຳເປັນໃນຂະນະເຂົ້າໂຄ້ງ.
  • ລະບົບຊ່ວຍອອກຕົວໃນທາງທີ່ລາດຊັນ Hill Start Assist (HSA):ຈະຊ່ວຍປ້ອງກັນການຖອຍຫຼັງຂອງລົດເມື່ອທ່ານເລີ່ມຂັບຈາກທາງລາດທີ່ລາດຊັນ.

ທ່ານສາມາດຢ້ຽມຊົມໂຊລູມນິສສັນNissanຫຼື ໂລດໂຊເພື່ອທົດລອງຂັບແລະ ຈັບຈອງເປັນເຈົ້າຂອງ ເຊິ່ງມີຫຼາກຫຼາຍສີໃຫ້ເລືອກ – ສີສົ້ມ, ແດງ, ຂາວ, ເງິນ, ເທົາແລະດໍາ

ສໍາຫຼັບຂໍ້ມູນເພີ່ມເຕີມກ່ຽວກັບນິສສັນNissan ທຸກຮຸ່ນໃນລາວ. ກະລຸນາເຂົ້າເບິ່ງທີ່ເວັບໄຊທ໌ຂອງນິສສັນລາວ www.nissan-lao.laຫຼືຕິດຕາມທາງຫນ້າ Facebook ຂອງນິສສັນລາວທີ່ fb.com/NissanLaos/

ແບ່ງປັນ