ເຫັນແຟນໆຫຼາຍໆຄົນຖາມກັນເຂົ້າມາຫຼາຍກ່ຽວກັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແຖມຍັງສົງໃສກັນອີກວ່າເປັນຜົນງານຂອງໃຜ ເລີຍອົດບໍ່ໄດ້ທີ່ຈະມາອັບເດດໃຫ້ແຟນໆໄດ້ຮູ້…
ສຳລັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ…
ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ ຢ່າລືມຕິດຕາມ ຖ້າເບິ່ງ ແລະ ເປັນກຳລັງໃຈໄດ້ໄວໆນີ້!!!
(ຂໍຂອບໃຈສຳລັບຮູບພາບ)