Breaking News

ຄົນຈິງ 2019! ສັກ ວົງCells ສວນກະແສ… ສັງຄົມຍົກຍ້ອງໃຫ້ເປັນແບບຢ່າງທີ່ດີເລື່ອງຊີວິດຄູ່

ແບ່ງປັນ

ຊ່ວງນີ້ມີຂ່າວເລື່ອງມືທີ 3 ມາໃຫ້ເຫັນກັນບໍ່ເວັ້ນແຕ່ລະມື້ ຫຼ້າສຸດ ອະທິສັກ ຣັດຕະນະວົງ ຫຼື ສັກ ວົງເຊວ (Cells) ນັກຮ້ອງຊື່ດັງ ກໍໄດ້ອອກມາໂພສຮູບຄູ່ພ້ອມ Tag ໃຫ້ພັນລະຍາ ແລະ ຍັງຂຽນແຄັບຊັ່ນທີ່ຄົນເປັນຜົວຄວນເຂົ້າໃຈເມຍ ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ທ້າຍສຸດ ສັກ ຍັງຕິດ hashtag (#ບໍ່ຮັກເຂົາກະປະ) ທີ່ແບບວ່າໄດ້ໃຈແຟນໆສຸດໆ…

ເຊິ່ງພໍແຕ່ໂພສນີ້ຖືກເຜີຍແຜ່ໄປ ເຮັດໃຫ້ມີບັນດາໝູ່ເພື່ອນໃນວົງການ ແລະ ບັນດາແຟນໆເຂົ້າມາກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ ແລະ ຍັງຍົກຍ້ອງໃຫ້ເປັນທັງພໍ່ ແລະ ເປັນແບບທີ່ດີເລື່ອງຊີວິດຄູ່ອີກດ້ວຍ.

ທີ່ມາ: Sack Cells Intha Ratanavong

ແບ່ງປັນ