Breaking News

ຄັ້ງທຳອິດ! ເປີດບ້ານ ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ທີ່ນະຄອນປາກເຊ ປະເທດລາວ

ແບ່ງປັນ

ທັນວາ ສຸລິຍະຈັກ ນັກສະແດງຊື່ດັງ ຫຼ້າສຸດໄດ້ເປີດບ້ານທີ່ ນະຄອນປາກເຊ ແຂວງ ຈຳປາສັກ ປະເທດລາວ ໃຫ້ແຟນໆທັງສອງປະເທດໄດ້ເຫັນກັນຄັ້ງທຳອິດ, ເຊິ່ງການເປີດບ້ານໃນຄັ້ງນີ້ ທັນວາ ກໍໄດ້ອາສາພາທ່ຽວ ແລະ ກິນອາຫານພື້ນບ້ານຂອງລາວເຮົົາ…

ສຳລັບ ທັນວາ ສຸລິຍະຈັກ ອາຍຸ 27 ປີ ເປັນຄົນ ນະຄອນປາກເຊ ແຂວງ ຈຳປາສັກ, ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະນິເທດສາດມະຫາວິທະຍາໄລຣັງສິດ (ປະເທດໄທ), ມີຜົນງານການສະແດງລະຄອນ ແລະ ຮູບເງົາຫຼາຍຕໍ່ຫຼາຍເລື່ອງຂອງປະເທດເພື່ອນບ້ານເຊັ່ນ: ມົນຮັກແມ່ນໍ້າມູນ, ອະສູນນ້ອຍໃນຕະກຽງແກ້ວ, ລູກຜູ້ຊາຍໄມ້ຕະພົດ, ລີລາວະດີເພິງ, ແຫວນສະຫວາດ, ຄູ່ປັບສະລັບຫົວໃຈ, ໄຟຮັກເກມຮ້ອນ, ທະເລໃຈ, ຮັກນະສາລະຄາມ, ເລີບຊໍເມີ ຮັກຕະລອນ ອອນເດິບຣີດ ແລະ ອີກຫຼາຍໆເລື່ອງທີ່ໝຸ່ມຄົນນີ້ທີ່ໄດ້ສະແດງ ແລະ ໄດ້ຮັບຄວາມນິຍົມ ຈົນມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ.

(ມີຄລິບລາຍການ)

 

(ຂໍຂອບໃຈຄລິບ ແລະ ຮູບພາບ)

ແບ່ງປັນ